ລັດເຊຍຖືການສ້າງເຂດຫ້າມບິນ ແມ່ນການຍຸຍົ່ງການໃຊ້ຄວາມຮຸນແຮງ ຢູ່ ຊີຣີ

ລັດເຊຍຖືການສ້າງເຂດຫ້າມບິນ    ແມ່ນການຍຸຍົ່ງການໃຊ້ຄວາມຮຸນແຮງ ຢູ່ ຊີຣີ - ảnh 1
ພາບປະກອບ
ຈາກ internet

(vovworld) - ​ເມື່ອ​ວິຈານ​ກ່ຽວ​ກັບ​ຄຳ​ປາ​​ໄສ​ຂອງ​ສະມາຊິກ​ສະພາ​ສູງ John Mc Cain ​ແລະ ທັດສະນະ​ຂອງ​ນັກ​ການ​ເມືອງ​​ອາ​ເມ​ລິ​ກາ​ຈຳນວນ​ຫນຶ່ງ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Gennady Gatilov ຖະ​ແຫລ​ງທີ່ການ​ປະຊຸມ​ຂ່າວ​ ຊຶ່ງ​ຈັດ​ຂຶ້ນ​ຢູ່ ມົດ​ສະ​ກູ​ໃນ​ວັນ​ທີ 22/2 ວ່າ ບັນດາ​ຄຳ​ຮຽກ​ຮອ້ງຈາກ​ຝ່າຍ ອາ​ເມ​ລິ​ກາ ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ເຂດ​ຫ້າມ​ບິນ ຢູ່ ຊີຣີ ​ແມ່ນ​ການ​ຍຸຍົງ​ໂດຍ​ກົງ​ໃຫ້​ແກ່​ແຜນການ​ໃຊ້​ຄວາມ​ຮຸນ​ແຮງ. ລັດ​ເຊຍ ​ເຄີຍ​ໄດ້ຍິນ​ບັນດາ​ແຜນການ​ໃຊ້​ກຳລັງ​ແຮງເປັນ​ປະຈຳ​ແຕ່​ພັດ​ຈະ​ບໍ່​ເກີດ​ຂຶ້ນ​, ​ແຕ່​ລັດ​ເຊຍ ຍັງ​ມີ​ສະຕິ​ລະວັງຕົວຕໍ່​ບັນດາ​​ແຜນການ​ທີ່​ພວມ​​ຮຽບຮຽງ​ນີ້.

ນັກ​ຂ່າວ VOV ປະຈຳ​ລັດ​ເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ