ລັດເຊຍບຸກໂຈມຕີທາງອາກາດຄັ້ງທຳອິດຢູ່ຊີຣີ

ລັດເຊຍບຸກໂຈມຕີທາງອາກາດຄັ້ງທຳອິດຢູ່ຊີຣີ - ảnh 1
ເຮືອບິນ​ສູ້​ຮົບ ລັດ​ເຊຍ ບຸກ​ໂຈມ​ຕີ​ທາງ​ອາກາດ​​ຄັ້ງ​ທຳ​ອິດຢູ່ ຊີຣີ
(ພາບ: IBT Times)

(vovworld) – ​ ​ ວັນ​ທີ 30/9, ​ເຮືອບິນ​ສູ້​ຮົບຂອງ ລັດ​ເຊຍ ​ໄດ້ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​​ຄັ້ງ​ທຳ​ອິດຢູ່ ຊີຣີ. ​ເປົ້າ​ໝາຍ​ບຸກ​ໂຈມ​ຕີ​ຂອງເຮືອບິນ​ສູ້​ຮົບ ລັດ​ເຊຍ ​ແມ່ນ​ບັນດາທີ່​ຕັ້ງ​ຂອງ​ຝ່າຍ​ລຸກຮຶ້ຂຶ້ນ ຊີຣີ ຢູ່ Homes, Rifi ​ແລະ Hamah, ຂຶ້ນ​ກັບ​ພາກ​ກາງ​ຂອງ ຊີຣີ. ​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ​ບັນດາແຫຼ່ງຂ່າວ​ບໍ່​ເຕື້ອງ​ເຖິງ​ຂອບ​ຂະໜາດການ​ບຸກ​ໂຈມ​ຕີ​ທາງ​ອາກາດ ກໍຄື​ຈຳນວນ​ຜູ້​ເສຍ​ຊີວິດ ​ແລະ ຮັບ​ບາດ​ເຈັບຈາກການບຸກ​ໂຈມ​ຕີ​ທາງ​ອາກາດຄັ້ງ​ທຳອິດຂອງ ລັດ​ເຊຍ ຢູ່ ຊີຣີ.

        ​ຂ່າວ​ກ່ຽວ​ກັບ​ເລື່ອງ ລັດ​ເຊຍ ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ເປັນ​ຄັ້ງ​ທຳ​ອິດ ຢູ່ ຊີຣີ ​ໄດ້​ປະກາດພາຍຫລັງ​ສະພາ​ສູງ ລັດ​ເຊຍ ​ໃຫ້ສັດຕະຍາບັນ​ແຜນການ​ຂອງ​​ປະທານາທິບໍດີ Putin ກ່ຽວ​ກັບ​ການ​ນຳ​ໃຊ້​ກຳລັງ​ກອງທັບ​ຢູ່ ຊີຣີ ພຽງ 2, 3 ຊົ່ວ​ໂມງ​ເທົ່າ​ນັ້ນ ​ແລະ ຕາມ​ຂໍ້​ມູນຂ່າວ​ໃໝ່​ສຸດ, ທ່ານ​ປະທານາທິບໍດີ Putin ຢືນຢັນ​ວ່າ: ພຽງ​ແຕ່ສະໜັບສະໜູນ​​ປະທານາທິບໍດີ ຊີຣີ Assad ດ້ານ​ກອງທັບ​ອາກາດ​ເທົ່າ​ນັ້ນ ​​ຫາກບໍ່​​ແມ່ນທະຫານ​ບົກ, ພ້ອມ​ທັງ ຢືນຢັນ​ວ່າ ການ​ແຊກ​ແຊງ​ຂອງ ລັດ​ເຊຍ ຢູ່ ຊີຣີ ພຽງ​ແຕ່​ແມ່ນ​ຊົ່ວ​ຄາວ​ເທົ່າ​ນັ້ນ.

ຂ່າວ/ບົດ​ອື່ນ