ລັດເຊຍບໍ່ຮັບຮູ້ໝາກຜົນການສືບສວນກ່ຽວກັບຊີຣີນຳໃຊ້ອາວຸດເຄມີ

ລັດເຊຍບໍ່ຮັບຮູ້ໝາກຜົນການສືບສວນກ່ຽວກັບຊີຣີນຳໃຊ້ອາວຸດເຄມີ - ảnh 1
ຜູ້ປະສົບເຄາະຮ້າຍຈາການບຸກໂຈມຕີດ້ວຍແກັດ Clo
(ພາບ: Reuters)

(vovworld) – ວັນ​ທີ 30/8, ທ່ານ Vitaly Churkin, ​ເອກ​ອັກຄະ​ລັດຖະທູດ ລັດ​ເຊຍ ປະຈຳ ສປຊ ​ໄດ້​ຖະ​ແຫຼ​ງ ລັດ​ເຊຍ ມີ “ບັນດາ​ຄຳ​ຖາມ​ຢ່າງ​ເຂັ້ມ​ງວດ​ທີ່​ສຸດ” ກ່ຽວ​ກັບ​ການ​ສືບສວນ​ໂດຍ ສປຊ ນຳ​ໜ້າ, ຕາມ​ນັ້ນ​​ແລ້ວ​ໄດ້​ຊີ້​​ໃຫ້​ເຫັນ​ວ່າ: ອຳນາດ​ການ​ປົກຄອງ ຊີຣີ ​ໄດ້​ນຳ​ໃຊ້​ອາວຸດ​ເຄມີ, ​ແລະ ບໍ່​​ຍອມຮັບ​ໝາກຜົນ​ກາ​ນສືບສວນນີ້. ກ່າວ​ຄຳ​ເຫັນ​ພາຍຫຼັງ​ການ​ປະ​ຊຸມລັບ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສປຊ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບົດ​ລາຍ​ງາ​ນຂອງ​ຄະນະ​ກຳມະການ​ສື​ບສວນ, ທ່ານ Churkin ​ໃຫ້​ຮູ້​ວ່າ: “ມີ​ຄຳ​ຖາມ​ຕ້ອງ​ໄດ້​ເຮັດ​​ແຈ້ງ​ກ່ອນ​ທີ່​ພວກ​ເຮົາ​ຍອມຮັບ​ທຸກໆ​ໝາກຜົນ​ແຫ່ງ​ການ​ສືບສວນ​ຂອງ​ບົດ​ລາຍ​ງານ”. ກ່ອນ​ໜ້າ​ນັ້ນ, ຕາມ​ບົດ​ລາຍ​ງານ​ຮ່ວມຂອງ ສປຊ ​ແລະ ອົງການ​ຕິດຕາມ​ກວດກາ​ອາວຸດ​​ເຄມີ​ທົ່ວ​ໂລກ (OPCW), ກອງທັບ​ຂອງ​ລັດຖະບານ ຊີຣີ ຕ້ອງ​ຮັບຜິດຊອບ​ກ່ຽວ​ກັບ​ 2 ກໍລະນີ​ບຸກ​ໂຈມ​ຕີ​ດ້ວຍ​ແກຼດ Clo ແນ​ໃສ່​ສາມັນ​ຊົນ​ໃນ​​ໄລຍະ​ມໍ່ໆ​ມາ​ນີ້. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບັນດາ​ກຳລັງ​ຝ່າຍ​ຄ້ານ ​ແລະ ກອງທັບ​ລັດຖະບານ ຊີ​ຣີ ​ເຄີຍ​ຖິ້ມໂທດ​ໃຫ້​ກັນ​ນຳ​ໃຊ້ອາວຸດ​ເຄມ​ີ​ໃນ​ບັນດາ​ການ​ປະ​ທະ​ກັນ.


ຂ່າວ/ບົດ​ອື່ນ