ລັດເຊຍມີຄວາມມຸ່ງຫວັງຟື້ນຟູແລະພັດທະນາການພົວພັນກັບຕວກກີ

ລັດເຊຍມີຄວາມມຸ່ງຫວັງຟື້ນຟູແລະພັດທະນາການພົວພັນກັບຕວກກີ - ảnh 1
ປະທານາທິບໍດີ ລັດ​ເຊຍ Vladimir Putin ແລະ ຄູ່ຕຳແໜ່ງຕວກກີ
(ພາບ: AFP/TTXVN)

(vovworld) – ວັນ​ທີ 16/8, ທ່ານ​ປະທາ​ນາ​ທິບໍດີ ລັດ​ເຊຍ Vladimir Putin ​ໄດ້​ຖະ​ແຫຼ​ງວ່າ ມົດ​ສະ​ກູ ມີ​ຄວາມ​ມຸ່ງ​ຫວັງ​ຟື້ນ​ຟູ​ການ​ພົວພັນ​ກັບ ຕວກກີ, ​ແລະ ການ​ຢ້ຽມຢາມ​ລັດ​ເຊຍ ຫວ່າງ​​ແລ້ວ​ນີ້​ຂອງ​ທ່ານ​ປະທານາທິບໍດີ Tayip Erdogan ​ໄດ້​ຢັ້ງຢືນ​ຄວາມ​ຫວັງ​ຂອງ​ທັງ 2 ຝ່າຍ​ກ່ຽວ​ກັບ​ບັນຫາ​ນີ້. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ຢູ່ Sochi ກັບ​ຄູ່​ຕຳ​ແໜ່​ງ Kazakhstan Nursultan Nazarbayev, ທ່ານ​ປະທາ​ນາ​ທິບໍດີ Putin ​ເນັ້ນ​ໜັກ​ວ່າ: ມົດ​ສະ​ກູ​ມີ​ຄວາມ​ມຸ່ງ​ຫວັງ​ບໍ່​ພຽງ​ແຕ່​ຢາກຟື້ນ​ຟູ​ຢ່າງ​ສິ້ນ​ເຊິ່ງ​ເທົ່າ​ນັ້ນ ຫາກ​ຍັງມີ​ຄວາມ​ຫວັງ​ຢາກ​ພັດທະນາ​ການ​ພົວພັນ​ມິດຕະພາບ​ກັບ ຕວກກີ, ​ເຊິ່ງ​ແມ່ນ​ປະ​ເທດ​ເຄີຍ​ມີ​ການ​ພົວພັນ​ພິ​ເສດ​ກັບ ລັດ​ເຊຍ ​ໃນ​ຊຸມ​ປີຜ່ານມາ​ອີກ​ດ້ວຍ.

        ສ່ວນ​ທ່ານ​ປະທານາທິບໍດີ Nazarbayev ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ການ​ພົວພັນ​ລະຫວ່າງ ມົດ​ສະ​ກູ ​ແລະ ອານ​ກາຣາ ​ໄດ້​ຮັບ​ການ​ຟື້ນ​ຟູ, ພ້ອມ​ທັງ​ເນັ້ນ​ໜັກ​ບົດບາດ​ປະຈຸ​ບັນ​ຂອງ​ລັດ​ເຊຍ​ບົນ​ເວທີ​ສາກົນ. ຕາມ​ທ່ານ Nazarbayev ​ແລ້ວ, ບໍ່​ມີ​ມົດ​ສະ​ກູ  ຈະ​ບໍ່​ສາມາດ​ແກ້​ໄຂ​ບັນດາ​ບັນຫາ​ສາກົນ​ສັບສົນ, ພິ​ເສດ​ແມ​່ນລັດທິ​ກໍ່​ການ​ຮ້າຍ.


ຂ່າວ/ບົດ​ອື່ນ