ລັດເຊຍຢືນຢັນບົດບາດຂອງອາຊີໃນພື້ນຖານການເມືອງສາກົນ

(VOVWORLD) -ວັນທີ 03 ຕຸລາ, ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ເນັ້ນໜັກວ່າ ບົດບາດຂອງອາຊີ ນັບມື້ນັບມີຄວາມສຳຄັນ ແລະ ຢືນຢັນເຖິງການພັດທະນາການພົວພັນກັບບັນດາປະເທດໃນພາກພື້ນນີ້ ແມ່ນຍາມໃດກໍ່ມີຄວາມໝາຍພິເສດສຳລັບມົດສະກູ.

ລັດເຊຍຢືນຢັນບົດບາດຂອງອາຊີໃນພື້ນຖານການເມືອງສາກົນ - ảnh 1ທ່ານປະທານາທິບໍດີລັດເຊຍ Vladimir Putin

(ພາບປະກອບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມຄົບຄະນະປະຈຳປີຂອງສະໂມສອນປຶກສາຫາລືສາກົນ Valdai ຢູ່ Sochi, ທ່ານປະທານາທິບໍດີລັດເຊຍ ໃຫ້ຂໍ້ສັງເກດວ່າ, ບັນດາປະເທດອາຊີ ເວົ້າລວມ ແລະ ອາຊີຕາເວັນອອກສ່ຽງໃຕ້ ເວົ້າສະເພາະ ພວມນັບມື້ນັບຢືນຢັນບົດບາດສຳຄັນ ແລະ ທີ່ຕັ້ງຂອງຕົນໃນທຸກໆຂົງເຂດ, ພິເສດແມ່ນເສດຖະກິດ. ບັນດາວິວັດທະນາການເຊື່ອມໂຍງ, ໂລກາພິວັດໄດ້ຮັບການຍູ້ແຮງເຊິ່ງບໍ່ເຄີຍມີມາກ່ອນໃນພາກພື້ນນີ້. ການນຳລັດເຊຍ ກໍ່ໃຫ້ຂໍ້ສັງເກດວ່າ, ຍ້ອນບັນດາປະເທດອາຊີ, ໂຄງສ້າງໂລກຈຶ່ງໄດ້ກາຍເປັນຫຼາຍຂົ້ວ, ອຳນວຍຄວາມສະດວກໃຫ້ບັນດາບັນຫາຢູ່ໃນລະດັບທົ່ວໂລກ, ພາກພື້ນ ຫຼື ລະດັບຊາດໄດ້ຮັບການແກ້ໄຂຢ່າງມີປະສິດທິຜົນ. ນອກນັ້ນ, ການນຳລັດເຊຍ ກໍ່ເນັ້ນໜັກວ່າ, ມົດສະກູ ຈະສືບຕໍ່ຍູ້ແຮງການຮ່ວມມືຢ່າງມີຄວາມຮັບຜິດຊອບກັບບັນດາປະເທດອາຊີ.

ຕອບກັບ

ຂ່າວ/ບົດ​ອື່ນ