ລັດເຊຍສົ່ງສິນຄ້າຊ່ວຍເຫຼືອມະນຸດສະທຳເກືອບ 1.200ໂຕນໃຫ້ພາກຕາເວັນອອກຢູແກຼນ

ລັດເຊຍສົ່ງສິນຄ້າຊ່ວຍເຫຼືອມະນຸດສະທຳເກືອບ 1.200ໂຕນໃຫ້ພາກຕາເວັນອອກຢູແກຼນ - ảnh 1
ຂະ​ບວນ​ລົດ​ຂົນ​ສົ່ງ​ສິນ​ຄ້າ​ມະ​ນຸດ​ສະ​ທຳ
(ພາບ: AFP-TTXVN)

(vovworld) – ​ວັນ​ທີ 12/12, ກະ​ຊວງ​ສະ​ພາ​ວະ​ສຸກ​ເສີນ ລັດ​ເຊຍ ໃຫ້​ຮູ້​ວ່າ: ຂະ​ບວນ​ລົດ​​ຂົນ​ສົ່ງ​ເຄື່ອງຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​ຂອງ​ລັດ​ເຊຍ ໄດ້​ເດີນ​ທາງ​ອອກ​ຈາກ​ເຂດ Rostov ຢູ່​ພາກ​ໃຕ້​ປະ​ເທດ​ນີ​້ ເພື່ອ​ໄປ​ເຖິງ​ເຂດ Donbass, ພາກ​ຕາ​ເວັນ​ອອກ ຢູ​ແກຼນ. ຂະ​ບວນ​ລົດ​ລວມ​ມີ​ລົດ​ຂົນ​ສົ່ງ 130 ຄັນ​ທີ່​​ຂົນ​ສ​ົ່ງ​ສິນ​ຄ້າ​ 1.200 ໂຕນ, ໃນ​ນັ້ນ​ສ່ວນຫຼາຍ​ແມ່ນ​ທັນ​ຍາ​ຫານ ແລະ ​ວັດ​ຖຸ​ອຸ​ປະ​ກອນ​ເພື່ອ​ຮັບ​ປະ​ກັນ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ຮາກ​ຖານ​ສັງ​ຄົມ​ທີ່​ສຳ​ຄັນ. ບັນ​ດາ​ລົດ​ດັ່ງ​ກ່າວ​ໄປ​ຕາມ 2 ທິດ, ໃນ​ນັ້ນ​ຂະ​ບວນ​ລົດ​ລວມ​ມີ 80 ຄັນ​ຂົນ​ສົ່ງ​ສິນ​ຄ້າ 800 ໂຕນ ໄປ​ເຖິງ​ແຂວງ Lugansk, ໃນ​ຂະ​ນະ​ທີ່​ຂະ​ບວນ​ລົດ​ທີ 2 ລວມ​ມີ​ກ່​ວາ 50 ຄັນ​ດ້ວຍ​ສິນ​ຄ​້າ 400 ໂຕນ​ໄປ​ເຖິງ​ແຂວງ Donetsk. ຕາມ​ຜູ້​ຕາງ​ໜ້າ​ກະ​ຊວງ​ສະ​ພາ​ວະ​ສຸກ​ເສີນ ລັ​ດ​ເຊຍ ແລ້ວ, ໃນ​​ໄລ​ຍະເດີນ​ທາງ, ຂະ​ບວນ​ລົດ​ບໍ່​​ຖືກ​ຕິດ​ຄັດ​ແຕ່​ຢ່າງ​ໃດ ແລະ ປະ​ຈຸ​ບັນ​ລົດ​ຂົນ​ສົ່ງ 50 ຄັນ​ໄດ້​ໄປ​ຮອດ Donetsk ແລ້ວ.


ຂ່າວ/ບົດ​ອື່ນ