ລັດເຊຍສະເຫຼີມສະຫຼອງ 67 ປີແຫ່ງວັນ ໄຊຊະລະຟາດສິດ ເຢຍລະມັນ

ລັດເຊຍສະເຫຼີມສະຫຼອງ 67 ປີແຫ່ງວັນ ໄຊຊະລະຟາດສິດ ເຢຍລະມັນ - ảnh 1
ພິທີ​ສວນ​​ສະໜາມ​ແດງ, ຢູ່​ຈະຕຸລັ​ດ​ແດ​ງທີ່ນະຄອນຫຼວງ​ມົດສະກູ
( ພາບ: baomoi.com )


( vovworld ) –   ວັນ​ທີ 9/5, ສະຫະພັນ​ລັດ​ເຊຍ ​ໄດ້ຈັດ​ພິທີສະ​ເຫຼີ​ມສະຫຼອງ 67 ປີ​ແຫ່ງ​ວັນ​ໄຊຊະນະຟາດ​ສິດ ເຢຍລະ​ມັນ ( 9/5/1945 – 9/5/2012 ).​ ຈຸດ​ສຸມ​ແມ່ນ​ພິທີ​ສວນ​​ສະໜາມ​ແດງ, ຢູ່​ຈະຕຸລັ​ດ​ແດ​ງທີ່ນະຄອນຫຼວງ​ມົດສະກູ. ກ່ອນ​ໜ້າ​ນັ້ນ,​ ວັນ​ທີ 8/5,​ ບັນດາ​ອະດີດ​ນັກຮົບ ​ແລະ ບັນດາ​ອົງການ​ຊາວ​ໜຸ່ມ​ໄດ້​ວາງ​ພວງມາລາ​ອາ​ໄລ​ຫາ​ຢູ່​ສຸສານ​ບັນດາ​ນັກຮົບ​ນິລະນາມທີ​ເສຍ​ຊະລະ​ຊີວິດ​ເພື່ອ​ຊາດຢູ່​​ວັງ Kremli, ອະນຸສາວະລີຈອມພົນ Zhukov ​ແລະ ອະນຸສາວະລີ​ທີ່​ມີ​ຊື່ວ່າ ມົດ​ສະ​ກູ ນະຄອນ​ແຫ່ງ​ວິລະ​ຊົນ. ບັນດາອະດີດ​ນັກຮົບ ກໍ​ເຂົ້າ​ຮ່ວມ​ລາຍການດົນຕີ​ປະສານ​ສຽງ ພິ​ເສດ​, ​​ເພື່ອສະ​ເຫຼີມສະຫຼອງ​​ວັນໄຊຊະນະຟາດ​ສິດ ​ເຢຍລະ​ມັນ. ວັນ​ທີ 8/5, ປະທານາທິບໍດີ​ລັດ​ເຊີຍ ຄົນ​ໃໝ່ Validimir Putin ​ໄດ້​ຝາກ​ຄຳ​ອວຍພອນເຖິງ​ການ​ນຳ​ບັນດາ​ປະ​ເທດ SNG, ການ​ນຳ Abkhazia, ພາກ​​ໃຕ້ Ossetia ​ແລະ ບັນດາ​ພົນລະ​ເມືອງ Gruzia ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 67 ປີ​ແຫ່ງ​ວັນ​ໄຊຊະນະ​ໃນ​ສົງຄາມ​ປ້ອງ​ກັນຊາ​ດທີ່​ຍິງ​ໃຫຍ່. ​ໃນ​ສານ​ທີ່​ຝາກ​ເຖິງ​ການ​ນຳ​ປະ​ເທດ​ຕ່າງໆ, ທ່ານ Putin ​ໄດ້​ເນັ້ນ​ໜັກ​ເຖິງ​ຈິດ​​ໃຈ​ອົງອາດ​ກ້າຫານ, ລັດທິ​ວິລະ​ຊົນ​ຂອງ​ບັນດາ​ອະດີດ​ນັກຮົບ, ສະ​ແດງ​ຄວາມ​ໄວ​ເນື້ອ​ເຊື່ອ​ໃຈ​ກ່ຽວ​ກັບ​ວິວັດ​ການ​ສືບ​ຕໍ່​ຮ່ວມ​ມື​ລະຫວ່າງ​ປະ​ເທດ​ຕ່າງໆ.

ຂ່າວ/ບົດ​ອື່ນ