ລັດເຊຍອາດຈະຟື້ນຟູການຮ່ວມມືດ້ານປ້ອງກັນຄວາມສະຫງົບກັບ ອາເມລິກາ

ລັດເຊຍອາດຈະຟື້ນຟູການຮ່ວມມືດ້ານປ້ອງກັນຄວາມສະຫງົບກັບ ອາເມລິກາ - ảnh 1
(ພາບປະກອບ AFP/TTXVN)

(vovworld) – ​​ ​ ລັດ​ເຊຍ ພ້ອມ​ແລ​້ວທີ່​ຈະ​ຟື້ນ​ຟູ​ການ​ຮ່ວມ​ມື​ກັບ ອາ​ເມ​ລິ​ກາ ​ໃນ​ບັນດາ​ບັນຫາ​ຄວາມ​ໝັ້ນຄົງຄື: ການສູ້​ຮົບ​ຕ້ານ​ການກໍ່​ການ​ຮ້າຍ ​ແລະ ອາດຊະຍາ​ກຳ​​ເຄືອ​ຂ່າຍອິນ​ເຕີ​ແນັດ. ​ເມື່ອ​ຕອບສຳ​ພາດ​ຕໍ່​ໜັງສືພິມ​ “Rossiiskaya Gazeta” ລາຍ​ວັນ​ສະບັບອອກ​ວັນ​ທີ 16/01, ​ທ່ານ Nikolai Patrushev ເລຂາສະພາ​ຄວາມ​ໝັ້ນຄົງ ລັດ​ເຊຍ ​ໄດ້ສະ​ແດງຄວາມ​ລະມັດລະວັງ ​ເມື່ອຕີ​ລາຄາ​ຢ່າງ​ຕັ້ງໜ້າ​ກ່ຽວ​ກັບ​ແງ່​ຫວັງ​ການຮ່ວມ​ມື ລັດ​ເຊຍ - ອາ​ເມ​ລິ​ກາ ພາຍຫລັງ​​ໄລຍະ​ທີ່ການ​ພົວພັນ 2 ຝ່າຍຖືກ​ຢຸດ​ສະ​ງັກ ​ໃນ​ສະ​ໄໝ​ຂອງ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ຜູ້ທີ່​ຈະ​ສິ້ນ​ສຸດ​ອາຍຸ​ການ​ໃນ​ວັນ​ທີ 20/01 ຈະ​ມາ​ເຖິງ. ທ່ານ Patrushev ​ໃຫ້​ຮູ້​ວ່າ: ທ່ານ​ບໍ່​ມີ​ຄວາມ​ຫວັງ​ຕໍ່​ບັນດາ​ການ​ປັບປຸງ​ ຫຼື ​ຍົກ​ເລີກ​ບັນດາ​ຄຳ​ສັ່ງ​ລົງ​ໂທດຢ່າງ​ວ່ອງ​ໄວ ​ເຊິ່ງຝ່າຍ​ຕາ​ເວັນ​ຕົກ​​ໄດ້ຕັ້ງ​ໃຈຈັດ​ວາງ ​ແນ​ໃສ່ “ສະກັດ​ກັ້ນ ລັດ​ເຊຍ” ​ຍ້ອນ 2 ຝ່າຍ​ພວມ​ເລີ່​ມຕົ້ນ​ຈາກພື້ນຖານ​ຕ່ຳທີ່​ສຸດ.

        ​ແລະ​ໃນ​ວັນ​ດຽວ​ກັນ, ວັງ Kremlin ​ໃຫ້​ຮູ້​ວ່າ ລັດຖະບານ ລັດ​ເຊຍ ​ເຫັນ​ດີ​ເປັນ​ເອກະ​ພາບ​ຕໍ່​ທັດສະນະ​ຂອງ​ປະທານາທິບໍດີ Trump ຜູ້​ຫາ​ກໍ່​ໄດ້​ຮັບ​ໄຊ​ຊະນາ​ໃນ​ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ ​ເມື່ອ​ຖື​ວ່າ ອົງ​ການ​ສົນທິສັນຍາ​ອັດ​ລັງ​ຕິກ​ເໜືອ (NATO) ຫລ້າຫລັງ​​ທີ່​ສຸດ.


ຕອບກັບ

ຂ່າວ/ບົດ​ອື່ນ