ລັດເຊຍຮຽກຮ້ອງຝ່າຍຕາເວັນຕົກສະຫນັບສະຫນູນການເຈລະຈາຢູ່ພາກຕາເວັນອອກຢູແກຼນ

ລັດເຊຍຮຽກຮ້ອງຝ່າຍຕາເວັນຕົກສະຫນັບສະຫນູນການເຈລະຈາຢູ່ພາກຕາເວັນອອກຢູແກຼນ - ảnh 1
ທະ​ຫານ​ຢູ​ແກຼ​ນ ຢູ່ ພາກ​ຕາ​ເວັນ​ອອກ
ພາບ:baomoi.com

(vovworld)-​ ຝ່າຍ​ຕາ​ເວັນ​ຕົກ​ພວມ​ທຳ​ລາຍ​ບັນ​ດາ​ກາ​ລະ​ໂອ​ກາດ​ແກ້​ໄຂ​​ການ​ປະ​ທະ​ກັນ​ຢູ່​ຢູ​ແກຼນ​ໂດຍສັນ​ຕິ​ ເມື່ອ​ການ​ຄິດ​ໄລ່​ຊັ່​ງ​ຊ​າ​ປັດ​ເຂ່ຍ ສ​ປ Donetsk ແລະ ສ​ປ Lugansk ອອກ​ຈາກ​ບັນ​ດາ​ການ​ເຈ​ລະ​ຈາ, ພ້ອມ​ທັງ​ຖື​ລັດ​ເຊຍ​ແມ່ນ​ຝ່າຍ​ຫນຶ່ງ​ໃນ​ການ​ປະ​ທະ​ກັນ​ນີ້. ທ່ານ Sergei Lavrov ຍົກ​ອອກ​ຄຳ​ຖະ​ແຫລງ​ດັ່ງ​ກ່າວ​ທີ່ Duma ແຫ່ງ​ຊາດ​ລັດ​ເຊຍ ເມື່ອ​ວັນ​ທີ 19/11. ຫົວ​ຫນ້າ​ຂະ​ແຫນງ​ການ​ທູດ​ລັດ​ເຊຍ ໃຫ້​ຮູ້​ວ່າ: ຂໍ້​ຕົກ​ລົງ​ທີ່​ບັນ​ດາ​ຝ່າຍ​ບັນ​ລຸ​ໄດ້​ຢູ່ Minsk ເມື່ອ​ເດືອນ 9 ຜ່ານ​ມາ ຄວາມ​ຈິງ​ແມ່ນບໍ່​ທັນ​ປະ​ຕິ​ບັດ​ໄດ້ ແລະ ເພື່ອ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ນີ້ ຮຽກ​ຮ້ອງ​ຕ້ອງ​ມີ​ການ​ປະ​ສານ​ສົມ​ທົບ​ຂອງ​ທຸກ​ຝ່າຍ. ທ່ານ​ Sergei Lavrov ກ​ໍ​ຮຽກ​ຮ້ອງ​ຝ່າຍ​ຕາ​ເວັນ​ຕົກ​ສະ​ຫນັບ​ສະ​ຫນູນ​ການ​ເຈ​ລະ​ຈາ​ໂດຍ​ກົງ​ລະ​ຫວ່າງ​ອຳ​ນາດ​ການ​ປົກ​ຄອງ Kiev ແລະ ກຳ​ລັງ​ທວງ​ເອົາ​ເອ​ກະ​ລາດ​ຢູ່​ພາກ​ຕາ​ເວັນ​ອອກ ເພື່ອ​ບັນ​ລຸ​ໄດ້​ສັນ​ຕິ​ພາບ​ຢ່າງ​ໝັ້ນ​ຄົງ ແລະ ປອງດອງ​ຊາດ​ຢູ່ ຢູ​ແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ