ລັດເຊຍແລະນາໂຕເຫັນດີເປັນເອກະສັນຈັດຕັ້ງການເຈລະຈາຂັ້ນເອກອັກຄະລັດຖະທູດ

ລັດເຊຍແລະນາໂຕເຫັນດີເປັນເອກະສັນຈັດຕັ້ງການເຈລະຈາຂັ້ນເອກອັກຄະລັດຖະທູດ - ảnh 1
ກອງປະຊຸມຂອງນາໂຕ
(ພາບ: RT)

(vovworld) –  ວັນ​ທີ 8/4, ອົງການ ນາ​ໂຕ ​ໃຫ້​ຮູ້​ວ່າ: ສະພາ​ລັດ​ເຊຍ - ນາ​ໂຕ ຈະ​ໂຮມ​ປະຊຸມ​ພາຍຫຼັງ​ 2 ອາທິດ​ຈະ​ມາ​ເຖິງ​ຢູ່ ບຣຸກ​ແຊນ (​ແບນ​ຊິກ) ​ເພື່ອ​ປຶ​ກສາ​ຫາລື​ກ່ຽວກັບ​ສະພາບ​ການ ຢູ​ແກຼນ ​ແລະ ບັນດາ​ບັນຫາ​ອື່ນໆ​ອີກ. 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຈະ​ຈັດ​ຕັ້ງ​ການ​ພົບ​ປະ​ຄັ້ງ​ນີ້​ຢູ່​ຂັ້ນ​ເອກ​ອັກຄະ​ລັດຖະທູດ. ນີ້​ແມ່ນ​ກອງ​ປະຊຸມ​ທຳ​ອິດ​ຂອງ​ສະພາ​ດັ່ງກ່າວ​ນັບ​​ແຕ່​ປີ 2014. ທີ່​ການ​ພົບ​ປະ​ຈະ​ມາ​ເຖິງ, ບັນດາ​ຜູ້ຕາງໜ້າ​ຂອງ ນາ​ໂຕ ​ແລະ ລັດ​ເຊຍ ​ຈະ​ປຶກສາ​ຫາລື ວິ​ກິດ​ການ​ຢູ່ ຢູ​ແກຼນ ​ແລະ ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ປະ​ເທດ ​ເອີ​ລົບ ຕາ​ເວັນ​ອອກ​ນີ້, ກໍ່​ຄື​ຄວາມ​ຈຳ​ເປັນ​ປະຕິບັດ​ຂໍ້​ຕົກລົງ​ສັນຕິພາບ Minsk. ຄາດ​ວ່າ, 2 ຝ່າຍ​ກໍ​ໄດ້​ແລກປ່ຽນ​ກ່ຽວກັບ​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະຫານ, ພິ​ເສດ​ແມ່ນ​ສຸມ​ໃສ່​ເຂົ້າ​ໃນ​ລັກສະນະ​ໂປ່ງ​ໃສ ​ແລະ ຫລຸດຜ່ອນ​ຄວາ​ມສ່ຽງ. ນອກ​ນັ້ນ, ອາບ​ກາ​ນິດ​ສະຖານ ​ແລະ ບັນດາ​ໄພ​ນາບ​ຂູ່​ໃນ​ພາກພື້ນ​ກໍ່​ນອນ​ໃນ​ໂຄງການ​ດຳ​ເນີນ​ງານ​ຂອງ​ການ​ເຈລະຈາ​ຄັ້ງ​ນີ້.


ຂ່າວ/ບົດ​ອື່ນ