ລັດເຊຍແລະອາເມລິກາມີບັນດາທັດນະທະຄ້າຍຄືກັນກ່ຽວກັບສະພາບການຢູ່ຢູແກຼນແລະພາກຕາເວັນອອກກາງ

ລັດເຊຍແລະອາເມລິກາມີບັນດາທັດນະທະຄ້າຍຄືກັນກ່ຽວກັບສະພາບການຢູ່ຢູແກຼນແລະພາກຕາເວັນອອກກາງ - ảnh 1
ປະທານ​ນາ​ທິບໍດີ​ລັດ​ເຊຍ Vladimir Putin
(ພາບປະກອບ: AP)


(vovworld) – ​ຕອນ​ເຊົ້າວັນ​ທີ 29/09 (ຕາ​ມ​ເວລາ​ຫວຽດນາມ), ​ປະທານ​ນາ​ທິບໍດີ​ລັດ​ເຊຍ Vladimir Putin ​ແລະ ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ​້ມີ​ການ​ເຈລະຈາ​ຢູ່​ສຳນັກງານ​ສະຫະ​ປະຊາ​ຊາດ, ທີ່​ນິວຢອກ, ປະ​ເທດ​ອາ​ເມ​ລິ​ກາ, ຢູ່​ນອກກອງ​ປະຊຸມ​ຄັ້ງທີ 70 ຂອງ​ສະມັດ​ຊາ​ໃຫຍ່​ສະຫະ​ປະຊາ​ຊາດ. ກ່າ​ວຄຳ​ເຫັນ​ພາຍຫຼັງ​ການ​ເຈລະຈາ, ທ່ານ​ປະທານາທິບໍດີ Vladimir Putin ​ໃຫ້​ຮູ້​ວ່າ, 2 ຝ່າຍ​ໄດ້​ມີ​ບັນດາ​ທັດສະນະ​ທີ່​ຄ້າຍຄື​ກັນ ກ່ຽວ​ກັບ​ສະພາບ​ການ​ຢູ່​ຢ​ູແກຼນ ​ແລະ ພາກຕາ​ເວັນ​ອອກ​ກາງ. ສິ້ນ​ສຸດ​ການ​ເຈລະຈາ​ທີ່​ແກ່ຍາວ​​ເປັນ​ເວລາ​ເກືອ​ບ 2 ຊົ່ວ​ໂມງ, ທ່ານ​ປະທານາທິບໍດີ Vladimir Putin ​ໃຫ້​ຮູ້​ວ່າ, 2 ຝ່າຍ​ໄດ້​ເຫັນ​ດີ​ຕໍ່​ທັດສະນະ​ທີ່​ວ່າ ຕ້ອງ​ເພີ່ມ​ທະວີ​ບັນດາ​ຄວາ​ມມານະ​ພະຍາຍາມ​ລວມ, ​ໃນ​ນັ້ນ​ມີ​ການ​ຮ່ວມ​ມື 2 ຝ່າຍ​ລະຫວ່າງ​ລັດ​ເຊ​ຍ ​ແລະ ອາ​ເມ​ລິ​ກາ, ພ້ອມທັງຈະ​ສ້າງ​ຕັ້ງ​ກົນ​ໄກ​ໃຫ້​ແກ່ການ​ສົມທົບ​ນີ້. ການ​ນຳ​ລັດ​ເຊ​ຍ ​ໄດ້​ຕີ​ລາຄາ​ວ່າ, ການ​ເຈລະຈາ​​ມີ​ລັກສະນະເປີດ​ອົກ​ເປີດ​ໃຈ ​ແລະ 2 ຝ່າຍ​ສາມາດ​ຮ່ວມ​ມື ພ້ອມ​ກັນ​ແກ້​ໄຂ​ບັນດາ​ບັນຫາ​ລວມ ​ເຖິງ​ວ່າ​ຍັງ​ມີ​ຄວາມ​ບໍ່​ລົງ​ລອຍ​ກັນຫຼາຍ​ຢ່າງ.

ຂ່າວ/ບົດ​ອື່ນ