ລັດເຊຍໃຫ້ສັດຕະຍາບັນ ສົນທິສັນຍາສ້າງຕັ້ງ EEU


ລັດເຊຍໃຫ້ສັດຕະຍາບັນ ສົນທິສັນຍາສ້າງຕັ້ງ EEU - ảnh 1

 (ພາບ: RIA Novosti )

 (vovworld)- ​ ວັນ​ທີ 3/10, ປະທານາທິບໍດີ​ລັດ​ເຊຍ V.Putin ​ໄດ້​​ເຊັນໃຫ້​ສັດຕະຍາບັນ​ສ​ົນ​ທິສັນຍາສ້າງຕັ້ງສຳພັນ​ທະ​ມິດ​ເສດຖະກິດ​ອາຊີ-​ເອີ​ລົບ (EEU) ພາຍຫຼັງ​ສະພາ​ແຫ່ງ​ຊາດ​ປະ​ເທດ​ນີ້​ຮັບຮອງ​ເອົາ​ເອກະສານ​ສະບັບ​ນີ້​ເມື່ອ​ທ້າ​ຍ​ເດືອນ 9/2014 ຜ່ານ​ມາ. ​ເປັນ​ອັນວ່າ, ລັດ​ເຊຍ​ກາຍ​ເປັນ​ປະ​ເທດ​ທຳ​ອິດ​ໃນ​ຈຳນວນ 3 ປະ​ເທດ​ເຂົ້າຮ່ວມ EEU ລວມມີທັງ​ເບ​ລາຣຸດ ​ແລະ ກາ​ຊັກ​ສະຖານ ​ໄດ້​ສຳ​ເລັດ​ບັນດາ​ລະບຽບ​ການ​ດ້ານ​ກົດໝາຍ​ອັນ​ຈຳ​ເປັນ​ເພື່ອ​ໃຫ້ EEU ມີຜົນ​ບັງຄັບ​ໃຊ້​ນັບ​ແຕ່​ວັນ​ທີ 1/1/2015. ​ແຜນການ​ສ້າງຕັ້ງ EEU ຖືກຍົກ​ອອກ​ມາ​ປຶກສາ​ຫາລື ​ແລະ ​ເຫັນ​ດີ​ເປັນ​ເອກະສັນ​ທີ່​ການ​ພົບ​ປະລະ​ຫວ່າງ​ປະມຸກ​ລັດ 3 ປະ​ເທດ ເບ​ລາຣຸດ, ກາ​ຊັກ​ສະຖານ ແລະ ລັດ​ເຊຍ ​ເມື່ອ​ເດືອນ 5/2014 ຜ່ານ​ມາ. EEU ຖືກຕັ້ງຄວາມ​ຫວັງ​ວ່າ​ຈະ​ດຶງ​ດູດ​ການ​ເຂົ້າຮ່ວມ​ຂອງ​ບາ​ງປະ​ເທດ​ສາທາລະນະ​ລັດ​ອື່ນ​ຂຶ້ນ​ກັບ​ໂຊ​ວຽດ​ເກົ່າ​ຄື: ອາກ​ເມ​ເນຍ ​ແລະ ​ເກີຣຶສະຖານ./.

ຂ່າວ/ບົດ​ອື່ນ