ລີບີ: ການບຸກໂຈມຕີສະຫຼະຊີບຢູ່ຄະນະກຳມະການເລືອກຕັ້ງໄດ້ເຮັດໃຫ້ຫລາຍຄົນເສຍຊີວິດ ແລະ ຮັບບາດເຈັບ

(VOVWORLD) -ຢ່າງໜ້ອຍສຸດມີ 14 ຄົນເສຍຊີວິດໃນເຫດບຸກໂຈມຕີສະຫຼະຊີບທີ່ເລັ່ງໃສ່ຫ້ອງການຂອງຄະນະກຳມະການເລືອກຕັ້ງ ລີບີ ຢູ່ນະຄອນຫລວງ Tripoli ໃນວັນທີ 02 ພຶດສະພາ. 
ລີບີ: ການບຸກໂຈມຕີສະຫຼະຊີບຢູ່ຄະນະກຳມະການເລືອກຕັ້ງໄດ້ເຮັດໃຫ້ຫລາຍຄົນເສຍຊີວິດ ແລະ ຮັບບາດເຈັບ - ảnh 1 ການບຸກໂຈມຕີສະຫຼະຊີບຢູ່ຄະນະກຳມະການເລືອກຕັ້ງໄດ້ເຮັດໃຫ້ຫລາຍຄົນເສຍຊີວິດ ແລະ ຮັບບາດເຈັບ (ພາບ: Reuters )

ຜູ້ວາງລະເບີດໂສຕາຍໄດເຮັດໃຫ້ວັດຖຸລະເບີດແຕກໃນສຳນັກງານຂອງຄະນະກຳມະການເລືອກຕັ້ງ, ໃນຂະນະທີ່ພວກສົມຮູ້ຮ່ວມຄິດກຳລັງຈູດເຜົາຕຶກອາຄານ. ເຫດການເກີດຂຶ້ນໃນສະພາບທີ່ຄະນະກຳມະການເລືອກຕັ້ງ ລີບີ ພວມດຳເນີນການຈົດທະບຽນໃຫ້ບັນດາຜູ້ມີສິດເລືອກຕັ້ງ ກ່ອນທີ່ດຳເນີນການເລືອກຕັ້ງ ເຊິ່ງສະຫະປະຊາຊາດຫວັງວ່າ ອາດຈະດຳເນີນ ຢູ່ປະເທດອາຟຣິກກາເໜືອນີ້ ກ່ອນທ້າຍປີ 2018.

        ແລະກໍ່ໃນວັນດຽວກັນ, ອົງການກໍ່ການຮ້າຍອິດສະລາມ (IS) ອອກມາຍອມຮັບວ່າ ໄດ້ກໍ່ໃຫ້ເກີດເຫດວາງລະເບີດສະຫຼະຊີບນີ້, ເຖິງຢ່າງໃດກໍ່ຕາມ IS ຍັງບໍ່ທັນສະໜອງພະຍານຫຼັກຖານລະອຽດກ່ຽວກັບເຫດວາງລະເບີດ.

ຕອບກັບ

ຂ່າວ/ບົດ​ອື່ນ