ລະດູບານໃໝ່ຂອງປະເທດ ຊາດແຕ່ດ້ຽນບຽນ ເຖິງເຈື່ອງຊາ


ລະດູບານໃໝ່ຂອງປະເທດ ຊາດແຕ່ດ້ຽນບຽນ ເຖິງເຈື່ອງຊາ - ảnh 1

(ພາບ: ditichhochiminhphuchutich.gov.vn)

 (vovworld)- ​​ນີ້​ແມ່ນ​ຫົວ​ເລື່ອງ​ຂອງ​ວັນກາບກອນ​ຫວຽດນາມ ຄັ້ງທີ 12 ຈັດ​ຂຶ້ນ​ໃນ​ວັນ​ເພັງ​ເດືອນ​ຈຽງ ໄລ່ຕາມ​ຈັນທະ​ປະຕິ​ທິນຫວຽດນາມ (ກົງ​ກັບ​ວັນ​ທີ 14/2/2014) ​ເພື່ອ​ແນ​ໃສ່ຍ້ອງຍໍ​ສັນລະ​ເສີນ​ມູນ​ເຊື້ອ​ຮັກ​ຊາດ, ຈິດໃຈ​ເຄົາລົບ​ຕໍ່​ຊາດ​ຕົນ​ເອງ, ​ເຈດ​ຈຳນົງ​ຕໍ່ສູ້​ປົກ​ປັກ​ຮັກສາ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຫວຽດນາມ. ນັກ​ກະວີ​ຫີ້ວ​ຖິງ ປະທານ​ສະມາຄົມ​ນັກ​ປະພັນ​ຫວຽດນາມ ​ໃຫ້​ຮູ້​ວ່າ: ວັນ​ກາບກອນ​ຫວຽດນາມ ຖືກ​ຈັດຕັ້ງຂຶ້ນ​ຢູ່​ຮ່າ​ໂນ້ຍ ​ແລະ ບັນດາ​ແຂວງ, ນະຄອນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ, ​ໃນ​ນັ້ນ, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ເຂົ້າຮ່ວມ​ຂອງ​ກຳລັງ​​ໄວໜຸ່ມ ​ແລະ ສີສັນ​ບັນດາ​ຊົນ​ເຜົ່າ​ຫວຽດນາມ. ສະ​ເພາະ​ຢູ່​ຮ່າ​ໂນ້ຍ ​ແລະ 7 ​ແຂວງ, ນະຄອນ ຈະຈັດ​ລາຍການ​ສະ​ແດງ​ສິລະ​ປະ​ຢູ່​ວັນ​ມຽວ-ກວດ​ຕຶ້ຢາມ ຄື: ການ​ສະ​ແດງ​ຟ້ອນ, ຮ້ອງ​ເພງຂອງ​ຊາວ​ເຜົ່າ​ມົ້ງ-​ແຂວງ​ຮ່າ​ຢາງ, ການສະ​ແດງ​ພິນ​ຕິງ​ແຂວງ​ລ້າງ​ເຊີນ, ຂັບ​ກວານ​ຫໍ້​ບັກນິງ, ຟ້ອນ​ກອງ​ຫາຍ​ເຢືອງ….

ຂ່າວ/ບົດ​ອື່ນ