ລະດູບານໃໝ່ແຫ່ງບ້ານເກີດເມືອງນອນສຳລັບຊາວຫວຽດນາມອາໄສຢູ່ມົດສະກູ, ສະຫະພັນລັດເຊຍ

(VOVWORLD) - ຕອນຄ່ຳວັນທີ 14 ທັນວາ, ຢູ່ສູນວັດທະນະທຳ, ການຄ້າ ແລະ ໂຮງແຮມຮ່າໂນ້ຍ - Moskva (Incentra), ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ, ສະຖານທູດຫວຽດນາມ ປະຈຳສະຫະພັນລັດເຊຍ

ລະດູບານໃໝ່ແຫ່ງບ້ານເກີດເມືອງນອນສຳລັບຊາວຫວຽດນາມອາໄສຢູ່ມົດສະກູ, ສະຫະພັນລັດເຊຍ - ảnh 1 ລະດູບານໃໝ່ແຫ່ງບ້ານເກີດເມືອງນອນສຳລັບຊາວຫວຽດນາມອາໄສຢູ່ມົດສະກູ, ສະຫະພັນລັດເຊຍ

(ພາບ: Vietnam+)

ປະຊາຄົມຊາວຫວຽດນາມ ອາໄສຢູ່ສະຫະພັນລັດເຊຍ ແລະ ສູນ Incentra ໄດ້ສົມທົບກັນຈັດຕັ້ງລາຍການສະແດງສິລະປະຂ່ຳນັບຮັບຕ້ອນປີໃໝ່ 2018 ດ້ວຍຫົວຂໍ້ວ່າ “ລະດູບານໃໝ່ແຫ່ງບ້ານເກີດເມືອງ”.

        ກ່າວຄຳເຫັນໄຂລາຍການ, ທ່ານຫົວໜ້າກົມຮ່ວມມືກັບສາກົນ - ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ເລຫງອກທິ້ງ ໃຫ້ຮູ້ວ່າ, ການພົວພັນຮ່ວມມືຫວຽດນາມ - ສະຫະພັນລັດເຊຍ ໃນປະຈຸບັນ, ໃນນັ້ນມີການພົວພັນແລກປ່ຽນວັດທະນະທຳ ບັນລຸໄດ້ບັນດາຜົນງານ ແລະ ມີຫວັງພັດທະນາຢ່າງດີງາມຫຼາຍຢ່າງ. ໃນບັນດາຜົນງານຂອງການພົວພັນດັ່ງກ່າວ ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າຂອງສະຖານທູດ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ສະຫະພັນລັດເຊຍ.

        ລາຍການສະແດງສິລະປະ “ລະດູບານໃໝ່ແຫ່ງບ້ານເກີດເມືອງ” ລວມມີບັນດາລາຍການເພງດົນຕີ - ລະຄອນຕະຫຼົກໂດຍນັກສິລະປິນໂຮງລະຄອນໄວໜຸ່ມສະແດງ, ໄດ້ສ້າງບັນຍາກາດມ່ວນຊື່ນ, ນຳເອົາສູ່ບັນຍາກາດເຂດບ້ານນາທີ່ສວຍສົດງົດງາມຢູ່ບ້ານເກີດເມືອງນອນຫວຽດນາມ ມາໃຫ້ພໍ່ແມ່ປະຊາຊົນຊາວຫວຽດນາມ ດຳລົງຊີວິດຢູ່ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ