ລະດົມຜູ້ເສບຢາເສບຕິດເຂົ້າບັນດາສູນບຳບັດຢາເສບຕິດດ້ວຍຄວາມສະໝັກໃຈ

ລະດົມຜູ້ເສບຢາເສບຕິດເຂົ້າບັນດາສູນບຳບັດຢາເສບຕິດດ້ວຍຄວາມສະໝັກໃຈ - ảnh 1
ກອງ​ປະ​ຊຸມ​ໃນ​ວັນ​ທີ 3/11

(vovworld) -ຕອນ​ບ່າຍ​ວັນ​ທີ 3/11, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູ​ດຶກ​ດາມ ​ໄດ້​ເປັນ​ປະທານ​ການ​ປະຊຸມ​ກັບ​ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ, ນະຄອນ​ຮ່າ​ໂນ້ຍ ​ແລະ​ ນະຄອນ ​ໂຮ່ຈີ​ມິນ ​ເພື່ອ​ແນ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຕິດ​ຄັດ​ໃນ​ການ​ການ​ຜັນ​ຂະຫຍາຍ​ວຽກ​ງານ​ບຳບັດ​ຢາ​ເສບ​ຕິດ. ສະຫຼຸບ​ການ​ເຮັດ​ວຽກ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຊີ້​ແຈ້ງວ່າ, ສະພາບ​ເສບ​ຢາ​ເສບ​ຕິດ​ໄດ້​ເພີ່ມ​ຂຶ້ນ​ບໍ່​ພຽງ​ແຕ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ສຸຂະພາບ, ​​ເຊື້ອ​ພັນ​ເທົ່າ​ນັ້ນ, ຫາກ​ຍັງ​ສົ່ງ​ຜົນ​ສະທ້ອນ​ໂດຍ​ກົງ​ເຖິງ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ສັງຄົມ, ຊີວິດ​ສັນຕິ​ສຸກ​ຂອງ​ປະຊາຊົນ​ອີກ​ດ້ວຍ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ເຫັນ​ດີ​ຕໍ່​ທັດສະນະ​ຂອງ​ສະພາ​ແຫ່ງ​ຊາດ​ແມ່ນ​ໃຫ້​ປະຕິບັດ​ທົດ​ລອງການ​ສ້າງ​ສູນ​ຮັບ​ເອົາ​ຜູ້​ຕິດ​ໄພສັງຄົມ​​ໂດຍບັງຄັບ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຮຽກຮ້ອງ​ໃຫ້​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ, ພິ​ເສດ​ແມ່ນ​ທ້ອງ​ຖີ່​ນຕ່າງໆ ​ເພີ່ມ​ທະວີ​ວຽກ​ງານ​ໂຄສະນາ, ຂົນຂວາຍ, ສຶກສາບັນດາ​ເປົ້າ​ໝາຍ​ເສບ​ຢາ​ເສບ​ຕິດ​ເຂົ້າ​ສູນ​ບຳບັດ​ຜູ້​ເສບ​ຢາ​ເສບ​ຕິດ​ດ້ວຍ​ຄວາມ​ສະໝັກ​ໃຈ ​ເພື່ອ​ປິ່ນປົວ​ດ້ວຍ Methadone.

 


ຂ່າວ/ບົດ​ອື່ນ