ລາຄານ້ຳມັນດິບຖືກຕົກລາຄາລົງໃນລະດັບຕ່ຳສຸດໃນກວ່າທົດສະວັດຜ່ານມາ

ລາຄານ້ຳມັນດິບຖືກຕົກລາຄາລົງໃນລະດັບຕ່ຳສຸດໃນກວ່າທົດສະວັດຜ່ານມາ - ảnh 1
(ພາບ​ປະ​ກອບ)

(vovworld) - ລາ​ຄາ​ນ້ຳ​ມັນ​ດິບ​ໃນ​ຕະ​ຫຼາດ​ອາ​ເມ​ລິ​ກາ ໃນ​ການ​ຕິດ​ຕໍ່​ຄ້າ​ຂາຍ​ເທື່ອ​ສຸ​ດ​ທ້າຍ​ເມື່ອ​ວັນ​ທີ 21/12 ໄດ້​​ຫຼຸດລົງ​ລະ​ດັບ​ຕ່ຳ​ສຸດ​ໃນ 11 ປ​ີ​ຜ່ານ​ມາ, ຕົ້ນ​ຕໍ​​ແມ່ນຍ້ອນ​ແຫຼ່ງ​ສະ​ໜອງ​​ເຫຼື​ອ​ເກີນ ໃນ​ສະ​ພາບ​ທີ່​ພື້ນ​ຖານ​ເສດ​ຖະ​ກິດ​ອາ​ເມ​ລິ​ກາ ​ຕົກ​ລົງ​ຍົກ​ເລີກ​ຄຳ​ສັ່ງ​ຫ້າມ​ສົ່ງ​ອອກ​ນຳ​້​ມັນ ເຊິ່ງ​ເຄີຍ​​ໄດ້​ນຳ​ໃຊ້​ໃນ​ຕະ​ຫຼອດ​ໄລ​ຍະ 40 ປີ​ຜ່ານ​ມາ. ຢູ່​ຕະ​ຫຼາດ​ນິວຢອກ, ລາ​ຄາ​ນ້ຳ​ມັນ Bernt ທີ່​ໄດ້​ປະ​ກາດຂາຍ​ໃນ​ເດືອນ 02/2016 ຫຼ​ຸດ​ 1,4% ລົງ​ເຫຼືອ​ພຽງ 36,35 USD/ຖັງ, ຊຶ່ງ​ແມ່ນລະ​ດັບ​ຕຳ​່ສຸດ​ນັບ​ແຕ່​ເດືອນ 07/2004.

      ລາ​ຄາ​ນຳ​້​ມັນ​ພວມ​ຖືກ​​ກຳ​ລັງ​ດັນ​ໃຫ້​ຫຼຸດ​ລົງ​ຢ່າງ​ແຮງ ພາຍ​ຫຼັງ​ທີ່​ການ​ປະ​ຊຸມ​ຂ່າວ​ເມື່ອ​ຕົ້ນ​ເດືອ​ນ, ອົງ​ການ​ບັນ​ດາ​ປະ​ເທດ​ສົ່ງ​ອອກ​ນ້ຳ​ມັນ​ (OPEC) ຕົກ​ລົງ​ຮັກ​ສາ​ປະ​ລິ​ມານກ​ານ​ຜະ​ລິດ ໂດຍບໍ່​ຫົວ​ຊາ​ຕໍ​່​ຄວາມ​ຕ້ອງ​ການ​ຕ່ຳ ແລະ ແຫຼ່ງ​ສະ​ໜອງ​​ເຫຼືອ​ເກີນ​. ຕາ​ມ​ບັນ​ດາ​ນັກ​ໄຈ້​ແຍກ​ແລ້ວ, ສະ​ພາບ​ການ​ສະ​ໜອງ​​ເຫຼືອ​ເກີນ​ຈະ​ສືບ​ຕໍ່​ແມ່ນ​ປັດ​ໃຈ​​ຕົ້ນ​ຕໍ ສ​ົ່ງ​ຜົນ​ສະ​ທ້ອນ​ເຖິງ​ລາ​ຄາ​ນ້ຳ​ມັນ​ໃນ​ໄລ​ຍະ​​ສັ້ນ.

ຂ່າວ/ບົດ​ອື່ນ