ລາງວັນ ຫງວຽນດຶກແກງ ຄັ້ງທີ 3

(VOVWORLD) - ຕອນບ່າຍວັນທີ 26 ກໍລະກົດ, ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ພົບປະສັງສັນກັບບັນດາບຸກຄົນດີເດັ່ນທີ່ໄດ້ຮັບການເຊີດຊູໃນພິທີມອບລາງວັນ ຫງວຽນດຶກແກງ ຄັ້ງທີ 3.
ລາງວັນ ຫງວຽນດຶກແກງ ຄັ້ງທີ 3 - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ພົບປະສັງສັນກັບບັນດາບຸກຄົນດີເດັ່ນທີ່ໄດ້ຮັບການເຊີດຊູໃນພິທີມອບລາງວັນ ຫງວຽນດຶກແກງ ຄັ້ງທີ 3

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖືວ່າ: ປີ 2018, ພິທີມອມລາງວັນ ຫງວຽນດຶກແກງ ຄັ້ງທີ 3 ໄດ້ສ້າງບັນຍາກາດໃໝ່, ປະສົມກົມກຽວເຂົ້າກັບບັນດາເຫດການປະຫວັດສາດທີ່ສຳຄັນຂອງຊາດ, ກະຕຸກຊຸກຍູ້ຄວາມເອກອ້າງທະນົງໃຈກ່ຽວກັບມູນເຊື້ອແຂ່ງຂັນຮັກຊາດຂອງປະຊາຊົນທຸກຊັ້ນວັນນະຕື່ມອີກ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຮຽກຮ້ອງບັນດາອົງການສຳນັກງານ, ຄະນະ, ຂະແໜງການເອົາໃຈໃສ່ວຽກງານປົກປ້ອງສິດ, ຜົນປະໂຫຍດອັນຊອບທຳ ແລະ ຍົກສູງຊີວິດການເປັນຢູ່ຂອງກຳມະກອນ, ຊາວຜູ້ອອກແຮງງານຫລາຍກ່ວາອີກ.

        ເນື່ອງໃນໂອກາດສະເຫຼີມສະຫຼອງ 89 ປີແຫ່ງວັນສ້າງຕັ້ງກຳມະບານ ຫວຽດນາມ (28/07/1929 – 28/07/2018) ແລະ ຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ກຳມະບານ ຫວຽດນາມ ຄັ້ງທີ 12, ຕອນຄ່ຳວັນທີ 26 ກໍລະກົດ ທີ່ຮ່າໂນ້ຍ, ສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ຈັດຕັ້ງພິທີມອມລາງວັນ ຫງວຽນດຶກແກງ ຄັ້ງທີ 3. ກ່າວຄຳເຫັນທີ່ພິທີ, ທ່ານປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ບູຍວັນເກື່ອງ ຊີ້ແຈ້ງວ່າ:

        “ສະຫະພັນໃຫຍ່ແຮງງານ ຫວຽດນາມ ພວມປຸກລະດົມຂະບວນການແຂ່ງຂັນ “ປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ, ມີປະສິດທິຜົນ” ໃນການເຄື່ອນໄຫວກຳມະບານ, ເພື່ອສືບຕໍ່ປ່ຽນແປງໃໝ່ຢ່າງແຮງການເຄື່ອນໄຫວຂອງອົງການກຳມະບານຕາມທິດມີປະສິດທິຜົນ, ແທດຈິງ, ແຂ່ງຂັນຮັກຊາດຈະແມ່ນກຳລັງໜູນຢ່າງແຮງ ເພື່ອໃຫ້ພະນັກງານ, ລັດຖະກອນ, ພາລະກອນ, ກຳມະກອນ, ຊາວຜູ້ອອກແຮງງານ, ສະມາຊິກກຳມະບານທົ່ວປະເທດ ຍົກສູງມູນເຊື້ອ, ຜ່ານຜ່າຄວາມຫຍຸ້ງຍາກສິ່ງຕິດຂັດ, ສ້າງຜົນງານດີໃນການອອກແຮງງານ, ທຳການຜະລິດ, ປະຕິບັດວຽກງານ”.

        ລາງວັນ ຫງວຽນດຶກແກງ ແມ່ນລາງວັນອັນສູງສົ່ງຂອງສະຫະພັນໃຫຍ່ແຮງງານ ຫວຽດນາມ, ໄດ້ຈັດຕັ້ງ 5ປີເທື່ອໜຶ່ງ ເພື່ອມອບໃຫ້ກຳມະກອນ, ຊາວຜູ້ອອກແຮງງານທີ່ມີຜົນງານດີເລີດໃນການອອກແຮງງານ ທຳການຜະລິດ.

ຕອບກັບ

ຂ່າວ/ບົດ​ອື່ນ