ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ຢາກ​ເຂົ້າ​ຮ່ວມ CPTPP ແລະ ກາຍ​ເປັນ​ຄູ່​ເຈ​ລະ​ຈາຂອງ ອາ​ຊຽນ

(VOVWORLD) -ວັນທີ 9 ມິຖຸນາ, ເມື່ອຕອບສຳພາດຕໍ່ນັກຂ່າວໜັງສືພິມ Nikkei Asia Review ຂອງຍີ່ປຸ່ນ, ທ່ານນາງ Elizabeth Truss ລັດຖະມົນຕີກະຊວງການຄ້າ ອັງກິດ ໄດ້ຂຶ້ນສຽງຢັ້ງຢືນວ່າ ປະເທດນີ້ຢາກເຂົ້າຮ່ວມສັນຍາການຄ້າເສລີຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP).
ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ຢາກ​ເຂົ້າ​ຮ່ວມ CPTPP ແລະ ກາຍ​ເປັນ​ຄູ່​ເຈ​ລະ​ຈາຂອງ ອາ​ຊຽນ - ảnh 1ທ່ານນາງ Elizabeth Truss ລັດຖະມົນຕີກະຊວງການຄ້າ ອັງກິດ (ພາບ: TTXVN)

ທ່ານນາງ Truss ໃຫ້ຮູ້ວ່າ ລາຊະອານາຈັກອັງກິດຢາກເຂົ້າຮ່ວມ CPTPP “ຍິ່ງໄວຍິ່ງດີ”, ພ້ອມທັງສະແດງຄວາມຊົມເຊີຍຕໍ່ເລື່ອງຍີ່ປຸ່ນສະໜັບສະໜູນອັງກິດເຂົ້າຮ່ວມສັນຍາການຄ້າສະບັບນີ້. ເລື່ອງເຂົ້າຮ່ວມ CPTPP ແມ່ນເປົ້າໝາຍຍຸດທະສາດສຳຄັນຂອງ ລາຊະອານະຈັກ ອັງກິດເມື່ອເຮັດວຽກກັບບັນດາຄູ່ຮ່ວມມືທີ່ມຸ່ງໄປເຖິງປາຊີຟິກ, ບໍ່ພຽງແຕ່ຍີ່ປຸ່ນເທົ່ານັ້ນ ຫາກຍັງແມ່ນ ການາດາ, ເມັກຊີໂກ, ອົດສະຕາລີ ແລະ ນິວຊີແລນອີກດ້ວຍ.

        ຕາມທ່ານນາງ Truss, ປັດຈຸບັນ, CPTPP ກວມເອົາ13% ພື້ນຖານເສດຖະກິດທົ່ວໂລກ, ກວມເອົາສ່ວນຫຼາຍພາກພື້ນອາຊີ - ປາຊີຟິກ ແລະ ບັນດາປະເທດເຊິ່ງ ລາຊະອານາຈັກອັງກິດທີ່ມີຄວາມສົນໃຈໃນການເຄື່ອນໄຫວທາງການຄ້າ. ຄຽງຄູ່ກັນນັ້ນ, ລາຊະອານາຈັກອັງກິດຢາກກາຍເປັນຄູ່ເຈລະຈາຂອງ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ