ລາຊະອານາຈັກອັງກິດປະຕິເສດຮັບເອົາເດັກນ້ອຍຈາກຄ້າຍຫຼົບໄພ Calais

ລາຊະອານາຈັກອັງກິດປະຕິເສດຮັບເອົາເດັກນ້ອຍຈາກຄ້າຍຫຼົບໄພ Calais - ảnh 1
ລາ​ຊະ​ອາ​ນາ​ຈັກ​ອັງ​ກິດປະ​ຕິ​ເສດ
​ຮັບ​ເອົາ​ເດັກ​ນ້ອຍ​ຈາກຄ້າຍ​ຫຼົບ​ໄພ Calais
(ພາບ​ປະ​ກອບ: uchastings)

(vovworld) - ​ວັນ​ທີ 30/10, ຫ້ອງວ່າການ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ໃຫ້​ຮູ້​ວ່າ, ອັງ​ກິດ ຈະ​ບໍ່​ຮັບ​ເອົາ​ເດັກ​ນ້ອຍ​ຈາກຄ້າຍ​ຫຼົບ​ໄພ Calais ຕື່ມ​ອີກ. ໃນເດືອນ 10, ອັງ​ກິດ ໄດ້​ຮັບ​ເດັກ​ນ້ອຍ​ທີ່​ມາ​ຈາກຄ້າຍ​ຫຼົບ​ໄພ Calais ທັງ​ໝົດ 274 ຄົນ, ເດັກ​ນ້ອຍ​ຢູ່​ທີ່ນີ້​ສ່ວນ​ຫຼາຍ​ແມ່ນ​ມີ​ຍາດ​ຕິ​ພ​ີ​ນ້ອງ​ພວມ​ດຳ​ລົງ​ຊີ​ວິດ​ຢູ່​ອັງ​ກິດ.

        ກ່ອນ​ໜ້ານັ້ນ, ວັນ​ທີ 29/10, ທ່ານ​ປະ​ທານ​າ​ທິ​ບໍ​ດີ​ຝ​ລັ່ງ Francois Hollande ໄດ້​ອອກ​ສຽງ​ສະ​ເໜີ​ໃຫ້​ອັງ​ກິດ ຮັບ​ເດັກ​ນ້ອ​ຍ​ຕື່ມ​ອີກ ໃນ​ຈຳ​ນວນ​ເດັກ​ນ້ອຍ 1500 ຄົນ​ ເຊິ່ງປະ​ຈຸ​ບັນ​ພວມ​ຢູ່ຄ້າຍ​ຫຼົບ​ໄພ Calais ໂດຍ​ຝ​ລັ່ງ ດຳ​ເນີນ​ການ​້າງ​​ທຳ​ລ​າຍຄ້າຍນີ້. ບັນ​ດາ​ເດັກ​ນ້ອຍບໍ່​ມີ​ຍາດ​ຕິ​ພີ​ນ້ອງ​ໄປ​ພ້ອມ​ຢູ່​ຄ້າຍ​ຫຼົບ​ໄພ​ນີ້ ສ່ວນ​ໜຶ່ງ​ໄດ້​ໄປ​ອັງ​ກິດ ແລະ ສ່ວນ​ໜຶ່ງ​ກັບ​ເມືອ​ບັນ​ດາ​ຄ້າຍ​ຫຼົບ​ໄພ​ແຫ່ງ​ຕ່າງໆ​ຢູ່​ເຂດ​ດິນ​ແດນ​ຝ​ລັ່ງ. ໂຄ​ສົກຫ້ອງວ່າການ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ໃຫ້​ຮູ້​ວ່າ, ອັງ​ກິດ ໄດ້​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ​​ກັບ​ຝ​ລັ່ງ ຢ່າງ​ຄົບ​ຖ້ວນ, ໃນ​ນັ້ນ​ມີ​ເລື່ອງ​ຮັບ​ເອົາ​ບັນ​ດາ​ເດັກ​ນ້ອຍ​ຫຼົບ​ໄພ​ທີ່​ມີ​ເງື່ອນ​ໄຂ​ຢ່າງ​ພຽງ​ພໍ​​ເພື່ອເຂົ້າ​​ອາ​ໄສອັງ​ກິດ ຕາມ​ຈິດ​ໃຈ​ຂອງ​ຂໍ້​ຕົ​ກ​ລົງ Dublin.

ຂ່າວ/ບົດ​ອື່ນ