ລາຊະອານາຈັກອັງກິດເພີ່ມທະວີການຮ່ວມມື, ໃນການສ້າງການພັດທະນາຕົວເມືອງຢູ່ນະຄອນ ໂຮ່ຈີມິນ

(VOVWORLD) -  ນະຄອນໂຮ່ຈີມິນ ພວມຢູ່ໃນວິວັດການຮຽກເຊີນເຂົ້າຮ່ວມການລົງທຶນບັນດາໂຄງການຮ່ວມມືຂອງແຜນການສ້າງຕົວເມືອງອັດສະລິຍະ ແລະ ປາດຖະໜາຢາກໄດ້ຮັບການໜູນຊ່ວຍດ້ານການເງິນ ແລະ ຄຳປຶກສາຈາກບັນດານັກຊ່ຽວຊານຂອງ ອັງກິດ ໃນວິວັດການຜັນຂະຫຍາຍແຜນການສ້າງຕົວເມືອງອັດສະລິຍະ.

ລາຊະອານາຈັກອັງກິດເພີ່ມທະວີການຮ່ວມມື, ໃນການສ້າງການພັດທະນາຕົວເມືອງຢູ່ນະຄອນ ໂຮ່ຈີມິນ - ảnh 1  ພິທີລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການສົມທົບກັນປະຕິບັດໂຄງການກໍ່ສ້າງຕົວເມືອງອະນາຄົດທົ່ວໂລກ ໄລຍະ 2019 – 2020 (ພາບ: TTXVN)

ຕອນຄ່ຳວັນທີ 03 ມັງກອນ, ທ່ານ ເຈິ່ນຫວີງຕ໊ວຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບທ່ານ Mark Field, ລັດຖະມົນຕີຮັບຜິດຊອບກະຊວງການຕ່າງປະເທດລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ, ພ້ອມກັນເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການສົມທົບກັນປະຕິບັດໂຄງການກໍ່ສ້າງຕົວເມືອງອະນາຄົດທົ່ວໂລກ ໄລຍະ 2019 – 2020 ລະຫວ່າງຫ້ອງວ່າການຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ແລະ ສະຖານກົງສູນໃຫຍ່ ອັງກິດ ປະຈຳນະຄອນ ໂຮ່ຈີມິນ.

        ເມື່ອແບ່ງປັນກ່ຽວກັບສະພາບການພັດທະນາເສດຖະກິດສັງຄົມຂອງນະຄອນ, ທ່ານ ເຈິ່ນຫວີງຕ໊ວຽນ ໃຫ້ຮູ້ວ່າ: ນະຄອນໂຮ່ຈີມິນ ພວມຢູ່ໃນວິວັດການຮຽກເຊີນເຂົ້າຮ່ວມການລົງທຶນບັນດາໂຄງການຮ່ວມມືຂອງແຜນການສ້າງຕົວເມືອງອັດສະລິຍະ ແລະ ປາດຖະໜາຢາກໄດ້ຮັບການໜູນຊ່ວຍດ້ານການເງິນ ແລະ ຄຳປຶກສາຈາກບັນດານັກຊ່ຽວຊານຂອງ ອັງກິດ ໃນວິວັດການຜັນຂະຫຍາຍແຜນການສ້າງຕົວເມືອງອັດສະລິຍະ.

        ສ່ວນທ່ານ Mark Field ຢືນຢັນວ່າ: ອັງກິດ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຮ່ວມມືກັບນະຄອນ ໂຮ່ຈີມິນ ໃນວິວັດການສ້າງຕົວເມືອງອັດສະລິຍະ, ເປັນຕົ້ນແມ່ນໃນບັນດາຂົງເຂດທີ່ກ່ຽວຂ້ອງເຖິງມາດຕະການເຕັກໂນໂລຊີ, ເພີ່ມທະວີຄວາມສາມາດຕ້ານໄພນ້ຳຖ້ວມ ແລະ ການສັນຈອນໄປມາແບບອັດສະລິຍະໃນຕົວເມືອງ, ປະກອບສ່ວນໃຫ້ນະຄອນຍົກສູງຄຸນນະພາບການດຳເນີນຊີວິດຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ