ລາຍການ “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ” ປີ 2022

(VOVWORLD) - ດ້ວຍຫົວຂໍ້ “ການເດີນທາງແຫ່ງຄວາມຫວັງ”, ຈຸດປະສົງຂອງລາຍການແມ່ນເພື່ອແນໃສ່ເສີມຂະຫຍາຍມູນເຊື້ອສາມັກຄີ, ນ້ຳໃຈຄວາມຮັກແພງ
ລາຍການ “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ” ປີ 2022  - ảnh 1ການຖະແຫຼງຂ່າວຈັດຂຶ້ນໃນຕອນເຊົ້າວັນທີ 14 ຕຸລາ ຂອງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ (ພາບ: hanoimoi.com.vn)

ທີ່ການຖະແຫຼງຂ່າວຈັດຂຶ້ນໃນຕອນເຊົ້າວັນທີ 14 ຕຸລາ, ທ່ານນາງຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈືອງທິງອັກແອັງ ໃຫ້ຮູ້ວ່າ: ເພື່ອຕອບສະໜອງຂະບວນການແຂ່ງຂັນ “ເພື່ອຄົນທຸກຍາກ - ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ” ໂດຍທ່ານນາຍົກລັດຖະມົນຕີ ປຸກລະດົມ ແລະ ເດືອນແຫ່ງການກະທຳ “ເພື່ອຄົນທຸກຍາກ” ປີ 2022 (ໃນລະຫວ່າງວັນທີ 17 ຕຸລາ ຫາວັນທີ 18 ພະຈິກ 2022), ວັນທີ 17 ຕຸລາ, ຢູ່ຫໍວັດທະນະທຳແຮງງານມິດຕະພາບ ວຽດໂຊ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຈະສົມທົບກັບລັດຖະບານ ຈັດລາຍການຖ່າຍທອດສົດທາງໂທລະພາບ, ວິທະຍຸ “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ” ປີ 2022.

        ດ້ວຍຫົວຂໍ້ “ການເດີນທາງແຫ່ງຄວາມຫວັງ”, ຈຸດປະສົງຂອງລາຍການແມ່ນເພື່ອແນໃສ່ເສີມຂະຫຍາຍມູນເຊື້ອສາມັກຄີ, ນ້ຳໃຈຄວາມຮັກແພງ, ອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະ ກັນ, ເອົາໃຈໃສ່ເບິ່ງແຍງຊ່ວຍເຫຼືອວົງຄະນະຍາດຊຸມຊົນ, ເພື່ອໃຫ້ເຂົາເຈົ້າຫລຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ