ລາຍການ “ນ້ຳໃຈມິດຕະພາບໃນອາຊຽນ: ຫວຽດນາມ - ຟິລິບປີນ”

ລາຍການ “ນ້ຳໃຈມິດຕະພາບໃນອາຊຽນ: ຫວຽດນາມ - ຟິລິບປີນ” - ảnh 1
ລາຍການ “ນ້ຳໃຈມິດຕະພາບໃນອາຊຽນ: ຫວຽດນາມ - ຟິລິບປີນ”
(ພາບ: TTXVN)

(vovworld) - ຕອນ​ຄ່ຳ​ວັນ​ທີ 26/10, ສະ​ມາ​ຄົມ​ມິດ​ຕ​ະ​ພາບ​ຫວຽດ​ນາມ - ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ນະ​ຄອນ​ໂຮ່​ຈິ​ມິນ, ສະຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ນະ​ຄອນ​ໂຮ່​ຈິ​ມິນ ໄດ້​ຈັດງານ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳສິ​ລະ​ປະ ດ້ວຍ​ຫົວ​ຂໍ້ “ນ້ຳ​ໃຈ​ມິດ​ຕະ​ພາບ​ໃນ​ອາ​ຊຽນ: ຫວຽດ​ນາມ - ຟີ​ລິບ​ປີນ” ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 40 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຫວຽດ​ນາມ - ຟິ​ລິບ​ປີນ (1976 - 2016). ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ນາງ ຟານ​ທິ້​ຮົ່ງ​ຊວນ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ອາ​ຊ​ີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ນະ​ຄອນ​ໂຮ່​ຈິ​ມິນ ໃຫ້​ຮູ້​ວ່າ, ໃນ​ໄລ​ຍະ​ຜ່ານ​ມາ, ນ​ະ​ຄອນ​ໄດ້​ໃຫ້​ການ​ຕ້ອນ​ຮັບ​ບັນ​ດາ​ການ​ນຳ​ຂັ້ນ​ສູງ​ຂອງ ຟິ​ລິບ​ປີນ ມາ​ຢ້ຽມ​ຢາມ, ສົ່ງ​ເສີມ​ການ​ລົງ​ທຶນ, ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ການ​ສຶກ​ສາ. ນະ​ຄອນ​ໂຮ່​ຈິ​ມິນ ແລະ ຟິ​ລິບ​ປີນ ໄດ້​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​ບັນ​ດາ​ຂົ​ງ​ເຂດ​ຄື: ການບ​ຳ​ລຸງ​ສ້າງ, ພັດ​ທະ​ນາ​ແຫຼ່​ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ວັດ​ທະ​ນະ​ທຳ… ທ່ານ​ນາງ ຟານ​ທິ້​ຮົ່ງ​ຊວນ ຫວັງ​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຈະ​ສືບ​ຕໍ່​ຍ​ູ້​ແຮງ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ມາ​ຢ້ຽມ​ຢາມ, ຮ່ຳ​ຮຽນ, ແບ່ງ​ປັນ​ບົດ​ຮຽນ​ໃນ​ບັນ​ດາ​ຂ​ົງ​ເຂດ​ເສດ​ຖະ​ກິດ, ການ​ສຶກ​ສາ, ບ​ຳ​ລຸງ​ສ້າງ, ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ສີ​ລະ​ປະ.

ຂ່າວ/ບົດ​ອື່ນ