ລາຍ​ການ “ແບ່ງ​ປັນ​ກັບ​​ເອື້ອຍ - ອ້າ​ຍຄູ” ປີ 2020: ຍ້ອງ​ຍ​ໍ​ຊົມ​ເຊີຍ​ບັນ​ດາ​​ເອື້ອຍ - ອ້າຍ ທີ່​ເປັນຊົ​ນ​ເຜົ່າ​ສ່ວນ​ໜ້ອຍ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄູແຫ່ງຊາດຫວຽດນາມ ວັນທີ 20 ພະຈິກ ຄົບຮອບ 38 ປີ, ຕອນຄ່ຳວັນທີ 18 ພະຈິກ, ຢູ່ຮ່າໂນ້ຍ, ສູນກາງ ສະຫະພັນຊາວໜຸ່ມ ຫວຽດນາມ ໄດ້ສົມທົບກັບກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ, ຄະນະກຳມະການຊົນເຜົ່າ ແລະ ກຸ່ມບໍລິສັດ ທຽນລອງ ໄດ້ຈັດຕັ້ງລາຍການ “ແບ່ງປັນກັບເອື້ອຍ - ອ້າຍຄູ” ປີ 2020, ຍ້ອງຍໍຊົມເຊີຍບັນດາເອື້ອຍ - ອ້າຍ ທີ່ເປັນຊົນເຜົ່າສ່ວນໜ້ອຍ.
ລາຍ​ການ “ແບ່ງ​ປັນ​ກັບ​​ເອື້ອຍ - ອ້າ​ຍຄູ” ປີ 2020: ຍ້ອງ​ຍ​ໍ​ຊົມ​ເຊີຍ​ບັນ​ດາ​​ເອື້ອຍ - ອ້າຍ ທີ່​ເປັນຊົ​ນ​ເຜົ່າ​ສ່ວນ​ໜ້ອຍ - ảnh 1 ຍ້ອງຍໍຊົມເຊີຍເອື້ອຍ - ອ້າຍຄູທີ່ເປັນຊົນເຜົ່າສ່ວນໜ້ອຍ 63 ຄົນ ເຊິ່ງໄດ້ເປັນແບບຢ່າງ ໃຫ້ແກ່ 26 ຊົນເຜົ່າສ່ວນໜ້ອຍທີ່ດີເດັ່ນ, ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ລຳບາກ ສອນໜັງສືໂດຍກົງໃຫ້ນັກຮຽນຢູ່ເຂດຫ່າງໄກສອກຫຼີກ, ເຂດຊາຍແດນ (ພາບ: laodong.vn)
ປີ 2020, ລາຍການໄດ້ຍ້ອງຍໍຊົມເຊີຍເອື້ອຍ - ອ້າຍຄູທີ່ເປັນຊົນເຜົ່າສ່ວນໜ້ອຍ 63 ຄົນ ເຊິ່ງໄດ້ເປັນແບບຢ່າງ ໃຫ້ແກ່ 26 ຊົນເຜົ່າສ່ວນໜ້ອຍທີ່ດີເດັ່ນ, ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ລຳບາກ ສອນໜັງສືໂດຍກົງໃຫ້ນັກຮຽນຢູ່ເຂດຫ່າງໄກສອກຫຼີກ, ເຂດຊາຍແດນ, ເຂດທີ່ປະສົບກັບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ - ສັງຄົມ … ທ່ານ ຫງວຽນແອັງຕ໊ວນ, ເລຂາຜູ້ທີ 1 ສູນກາງຄະນະຊາວໜຸ່ມ ກອມມູນິດໂຮ່ຈີມິນ, ປະທານ ສະຫະພັນຊາວໜຸ່ມ ຫວຽດນາມ ໃຫ້ຮູ້ວ່າ:

“ພວກເຮົາເຫັນວ່າ ເອື້ອຍ - ອ້າຍຄູ 63 ຄົນ ທີ່ໄດ້ຮັບການຍ້ອງຍໍຊົມເຊີຍໃນມື້ນີ້, ລ້ວນແຕ່ໄດ້ຜ່ານບັນດາເສັ້ນທາງທີ່ຍາວໄກ ແລະ ປະສົບກັບຄວາມຫຍຸ້ງຍາກລຳບາກ. ພວກຂ້າພະເຈົ້າຮັບຮູ້ໄດ້ຢ່າງຈະແຈ້ງວ່າ ເອື້ອຍ - ອ້າຍຄູແຕ່ລະຄົນທີ່ຢູ່ນີ້ໃນມື້ນີ້ ຮູ້ສຶກໄດ້ເຖິງການແບ່ງປັນ, ໃຫ້ກຳລັງໃຈ ແລະ ເພີ່ມກຳລັງຄວາມຜູກພັນກັບອາຊີບນັ້ນ ຈະມີເດັກນ້ອຍນັບພັນນັບໝື່ນຄົນຢູ່ບັນດາເຂດທີ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດຂອງປະເທດຊາດ ຈະໄດ້ຮັບການອົບຮົມສັ່ງສອນ, ໄດ້ຮັບຄວາມຮັກແພງ ແລະ ມີໂອກາດເພື່ອປ່ຽນແປງຊາຕະກຳຂອງຕົນ ກໍຄື ຂອງບ້ານເມືອງ.”


ຕອບກັບ

ຂ່າວ/ບົດ​ອື່ນ