ລາຍການດົນຕີປະສານສຽງ“ຂົວເຊື່ອມຕໍ່ສິລະປະ”ເນື່ອງໃນໂອກາດສະເຫຼີມສະຫຼອງວັນປະຕິວັດເດືອນຕຸລາລັດເຊຍ

ລາຍການດົນຕີປະສານສຽງ“ຂົວເຊື່ອມຕໍ່ສິລະປະ”ເນື່ອງໃນໂອກາດສະເຫຼີມສະຫຼອງວັນປະຕິວັດເດືອນຕຸລາລັດເຊຍ - ảnh 1
(ພາບອີນເຕີແນັດ)
(vovworld) – ​​ຕອນ​ຄໍ່າ​ວັນ​ທີ 08/11, ສູນ​ວິທະຍາສາດ ​ແລະ ວັດທະນະທຳ​ລັດ​ເຊຍ ປະ​ຈຳ​ຮ່າ​​ໂນ້ຍ ​ໄດ້​ສົມທົບ​ກັບ​ວົງດົນ​ຕີ Sankt Petreburg, ສະຫະ​ພັນ​ລັດ​ເຊ​ຍ ຈັດ​ຕັ້ງ​ລາຍການ​ດົນຕີ​ປະສານ​ສຽງ “ຂົວ​ເຊ​ື່ອມຕໍ່​ສິລະ​ປະ”​ ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 98 ປີ​ແຫ່ງວັນ​ປະຕິວັດ​ເດືອ​ນຕຸລາ​ລັດ​ເຊຍ (07/11/1917 – 07/11/2015). ບັນດາ​ບົດ​ດົນ​ຕີມ່ວນ​ທີ່​ສຸດຂອງ​ພື້ນຖານ​ດົນຕີ​ກລາ​ສິກ​ໂລກ​​ໄດ້ຮັບ​ການ​ຄັດ​ເລ​ືອກ ​ແລະ ສະ​​ແດງ​ຢູ່ສູນ​ວິທະຍາສາດ ​ແລະ ວັດທະນະທຳ​ລັດ​ເຊຍ ປະ​ຈຳ​ຮ່າ​​ໂນ້ຍ. ບັນດາ​ບົດ​ດົນຕີດັ່ງກ່າວ​ໂດຍ​ນັກ​ສິລະ​ປິນທີ່​ມີ​ຊື່​ສຽງ​ 2 ຄົນຂອງ​ລັດ​ເຊ​ຍ ສະ​ແດງນັ້ນ​ແມ່ນ Nikolay Stranatkovsky ​ແລະ ນັກ​ສິລະ​ປິນ Vladislav Fodorov. ນັກ​ສິລະ​ປິນ 2 ຄົນ​ນີ້​ເຄີ​ຍຍາດ​ໄດ​້ລາງວັນ​ທີ່​ການ​ເສ​ັງດົນຕີຕ່າງໆ​ຂອງ​ລັດ​ເຊ​ຍ ​ແລະ ສາກົນ.
ຂ່າວ/ບົດ​ອື່ນ