ລາຍການພົບປະແລກ ປ່ຽນ“ປະເທດຊາດເອີ້ນ ຊື່ຂອງຕົນ“


ລາຍການພົບປະແລກ ປ່ຽນ“ປະເທດຊາດເອີ້ນ ຊື່ຂອງຕົນ“ - ảnh 1

(ພາບ: http://dangcongsan.vn/)

(vovworld) – ທີ່ລາຍການ​ພົບ​ປະ​ແລກປ່ຽນ “ປະ​ເທດ​ຊາດ​ເອີ້ນ​ຊື່​ຂອງ​ຕົນ“ ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳວັນ​ທີ 23/6, ຢູ່​ຮ່າ​ໂນ້ຍ, ບັນດາ​ຜູ້​ແທນ​ໄດ້​ຮັບ​ຟັງ​ການ​ແບ່ງປັນ​ຂອງ​ຊາວ​ໜຸ່ມ​ຜູ້​ທີ່​ຫາ​ກໍ່​ກັບ​ມາ​ຈາກ​ທະ​ເລ; ນັ້ນ​ແມ່ນ​ເລື່ອງ​ລາວ​ຂອງ​ບັນດາ​ນັກ​ຂ່າວ​ທີ່​ຫາ​ກໍ່​ກັບ​ມາ​ພາຍຫຼັງ 25 ວັນ ​ແລະ ຄື​ນ​ເຮັດ​ວຽກ​ຢູ່ກຳ​ປັ່ນ​ກວດກາ​ການ​ປະມົງ​ປະຕິບັດ​ກົດໝາຍ​ໃນ​ເຂດ​ທະ​ເລ​ຮ່ວາງ​ຊາ, ນັ້ນ​ແມ່ນ​ເລື່ອງ​ລາວ​ກ່ຽວ​ກັບ​ນ້ຳ​ໃຈ​ຂອງ​ປະຊາຊົນ, ຂອງ​ຊາວ​ໜຸ່ມ​ຢູ່​ເຂດ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ. ນະ​ທີ່​ນີ້, ທ່ານ ດຣ ​ເຈິ່ນກົງ​ຈຸກ, ອະດີດ​ຫົວໜ້າ​ຄະນະ​ຊາຍ​ແດນ​ລັດຖະບານ ​ໃຫ້​ຂ່າວ​ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ຫາງ​ສຽງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ສຳລັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກຂອງ​ຫວຽດນາມ. ຜ່ານ​ນັ້ນ​ໄດ້​ກຳນົດ​ແນວ​ຄິດ, ສົ່ງ​ສານ​ກ່ຽວ​ກັບ​ນ້ຳ​ໃຈ​ຮັກ​ຊາດ​ຢ່າງ​ຖືກຕ້ອງ, ປະຕິບັດ​ກົດໝາຍ​ຫວຽດນາມ ​ແລະ ກົດ​ໝາຍ​ສາກົນ, ສອດຄ່ອງ​ກັບ​ທາດແທ້​ຮັກຫອມ​ສັນຕິພາບ​ຂອງ​ຊາວ​ຫວຽດນາມ ​ໃຫ້​ແກ່​ຊາວ​ໜຸ່ມ, ສະມາຊິກ​ຄະນະ​ຊາວ​ໜຸ່ມ. ​ແລະ ກໍ່​ໃນ​ລາຍການ​ພົບ​ປະ​ແລກປ່ຽນ, ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ​ໄດ້​ປຸກລະດົມ​ລາຍການ​ເຄື​ອ່ນ​ໄຫວ “​ໄວ​ໜຸ່ມ​ປະຈັນບານ, ມີ​ຫົວຄິດປະດິດ​ສ້າງ, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ທະ​ເລ​ໝູ່​ເກາະ​ຂອງ​ບ້ານ​ເກີດ​ເມືອງ​ນອນ, ​ເຂດ​ຊາຍ​ແດນ​ຂອງ​ປະ​ເທດ​ຊາດ“./.

ຂ່າວ/ບົດ​ອື່ນ