ລາຍການພົບປະແລກປ່ຽນ- ສະແດງສິລະປະ: “ບົດເພງໄຊ ດັ່ງກ້ອງກັງວານຕະຫຼອດໄປ“

ລາຍການພົບປະແລກປ່ຽນ- ສະແດງສິລະປະ: “ບົດເພງໄຊ ດັ່ງກ້ອງກັງວານຕະຫຼອດໄປ“ - ảnh 1

(ພາບ:baodientu.chinhphu.vn)

(VOV)-  ​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະ​ຫຼອງ 68 ປີ​ແຫ່ງ​ວັນ​ສ້າງຕັ້ງກອງທັບ​ປະຊາ​ຊົນຫວຽດນາມ (22/12), ຕອນ​ຄ່ຳ​ວັນ​ທີ 18/12, ຢູ່​ຮ່າ​ໂນ້ຍ, ​ໄດ້​ຈັດລາຍການ​ພົບ​ປະ​ແລກປ່ຽນ-​ສະ​ແດງ​ສິລະ​ປະ: “ບົກ​ເພງ​ໄຊ​ດັ່ງ​ກ້ອງ​ກັງວານຕະຫຼອດ​ໄປ“. ລາຍການ​ໄດ້​ວາດ​ພາບຈຸດ​ເວລາ​ແຫ່ງ​ປະ​ຫັວດສາດ​ອັນສະຫງ່າ​ອົງອາດ​ຂອງ​ການ​ຕໍ່ສູ້​ໃນ 81 ວັນ ​ແລະ ຄືນ​ເພື່ອ​ປ້ອງ​ກັນກຳ​ແພງ​ເກົ່າ​ກວາງ​ຈິ ​ຂອງ​ທະຫານ ​ແລະ ປະຊາຊົນ​ຫວຽດນາມ, 12 ວັນ ​ແລະ ຄືນ​ໃນ​ບັ້ນ​ຮົບດ້ຽນບຽນ​ຝູທາງ​ອາກາດທີ່​ເຕັມ​ໄປ​ດ້ວຍ​ຄວາມທຸກ​ຍາກ​ລຳບາກ, ການ​ເສຍສະຫຼະ​ຂອງທະຫານ ​ແລະ ປະຊາຊົນ​ຫວຽດນາມ. ຜູ້​ຊົມ​ຍັງ​ໄດ້​ແບ່ງປັນ​ບັນດາ​ຄວາມ​ຊົງ​ຈຳ​ກ່ຽວ​ກັບ​ຊຸມ​ເດືອນ​ປີ​ທີ່​ສະຫງ່າ​ງອົງອາດ​ຂອງ​ຊາດ​ຜ່ານ​ເລື່ອງ​ລາວຂອງ​ບັນດາ​ຕົວ​ພະຍານ​ປະຫວັດສາດ. ດ້ວຍ​ຫຼັກ​ສິນ​ທຳ “ກິນ​ເຂົ້າຄິດ​ຮອດ​ຄຸນນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ“, ລາຍການ​ໄດ້​ສະ​ຫງວນຈຳນວນ​ເງິນ​ເກືອບ 3 ຕື້​ດົ່ງ​ເພື່ອ​ກໍ່ສ້າງ​​ເຂດ​ອະນຸສາວະລີ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຢູ່​ແຂວງ​ກວາງ​ຈິ, ມອບ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ 4 ຫຼັງ, ປຶ້ມບັນຊີ​ເງິນ​ຝາກປະຢັດ 70 ຫົວ, ຂອງຂວັນ 300 ພູດ​ໃຫ້​ແກ່​ຍາດຕິ​ພີ່ນ້ອງ​ຂອງນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ​ແມ່​ຫວຽດນາມ​ວິລະ​ຊົນ, ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີສົ້ມ, ນັບ​ຮົມ​ເຈັບ​ປ່ວຍ​ສາຫັດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ພິ​ເສດ…

 

 

 

 

 

 

ຂ່າວ/ບົດ​ອື່ນ