ລາຍການພົບປະແລກປ່ຽນສິລະປະ “ ຕໍ່ກຳລັງແຮງໃຫ້ ຊາວປະມົງໃນ ການເດີນທະເລ ”

ລາຍການພົບປະແລກປ່ຽນສິລະປະ “ ຕໍ່ກຳລັງແຮງໃຫ້ ຊາວປະມົງໃນ ການເດີນທະເລ  ” - ảnh 1
ທ່ານ ຫງວຽນ​ດັງ​ຕ໋ຽນ ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ​ຫວຽດນາມ ມອບຂອງຂວັນ ແລະ ເງິນສົດໃຫ້ແກ່ແຂວງກວາງງ້າຍ

Vovworld- ຕອນ​ຄ່ຳ​ວັນ​ທີ 19/1, ຢູ່​ແຂວງ​ກວາງ​ງ້າ​ຍ,  ຄະນະ​ກຳມະການ​ປະ​ຊາຊົນ​ແຂວງ​ກວາງ​ງ້າ​ຍ​ໄດ້​ສົມທົບ​ກັບ​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ ຈັດ​ຕັ້ງ​ລາຍການ​ພົບ​ປະ​ແລກປ່ຽນ​ສະ​ແດງ​ສິ​ລະ​ປະທີ່​ມີ​ຫົວ​ຂໍ້​ວ່າ “ ຕໍ່​ກຳລັງ​ແຮງ​ໃຫ້​ແກ່​ຊາວ​ປະມົງ​ໃນ​ການເດີນທະເລ  ” ​ແລະ ມອບ​ລາງວັນ​ງານ​ປະ​ກວດ​ຂຽນ​ບົດ​ກ່ຽວ​ກັບ​ຊາວ​ປະມົງ​ດີ​ເດັ່ນ​ເຂດ​ພາກ​ກາງປີ 2012 . ວິທະຍຸ​ກະຈາຍສຽງ​ຫວຽດນາມ​ໄດ້​ສົມທົບ​ກັບກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ ຈັດ​ຕັ້ງ​ ​ງານ​ປະ​ກວດ​ຂຽນ​ບົດ​ກ່ຽວ​ກັບ​“ຊາວ​ປະມົງ​ດີ​ເດັ່ນ​ເຂດ​ພາກ​ກາງປີ 2012 ” ​ເພື່ອ​ແນ​ໃສ່​ຄົ້ນ​ພົບ, ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ສ່ວນ​ບຸກຄົນ, ປັດ​ໄຈ​ເປັນ​ຕົວ​ແບບ​ທີ່​ກ້າວ​ໜ້າ​ໃນ​ການ​ເຄື່​ອນ​ໄຫວ​ຂຸດ​ຄົ້ນ ​ແລະ ປົກ​ປັກ​ຮັກສາ​ແຫຼ່ງສິນ​ໃນ​ນ້ຳ, ປະກອບສ່ວນ​ປົກປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ. ທ່ານ ຫງວຽນ​ດັງ​ຕ໋ຽນ ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໃຫ້​ຮູ້​ວ່າ

      “ ລາຍການ​ພົບ​ປະ​ແລກປ່ຽນ​ສະ​ແດງ​ສິລະ​ປະ “ ຕໍ່​ກຳລັງ​ແຮງ​ໃຫ້​ແກ່​ຊາວ​ປະມົງ​ໃນ​ການເດີນທະເລ  ” ແມ່ນລາຍການທີ່ມີຄວາມໝາຍທີ່ສຸດ ສຳລັບ ຊາວປະມົງແຂວງກວາງງ້າຍ ເວົ້າສະເພາະ ແລະຊາວປະມົງທົ່ວປະເທດ ເວົ້າລວມ. ປະເທດ ຫວຽດນາມມີຝັ່ງທະເລລວມຄວາມຍາວ ກ່ວາ 3000 ກິໂລແມດ, ນີ້ແມ່ນແຫຼ່ງ ຊັບພະຍາກອນອັນ​ລ້ຳ​ຄ່າ. ລາຍການ​ນີ້​ແມ່ນ​ເພື​ອ່​ເຊີດ​ຊູ ​ແລະ ທະວີຄູນ​ບັນດາ​ແບບຢ່າງ​ທີ່​ກ້າວໜ້າ​ໃນ​ການ​ເດີນ​ທະ​ເລ​ປະກອບ​ອາຊີບ. ທີ່ 2 ​ແມ່ນ​ເພື່ອ​ສະໜອງ​ຂໍ້​ມູນ​ຂ່າວສານ, ຄວາມ​ຮູ້​ໃໝ່​ເພື່ອ​ໃຫ້ຊາວປະມົງ​ສາມາດ​ເປັນ​ເຈົ້າ​ການ​ໃນ​ການ​ຈັບ​ຫາ​ສິນ​ໃນ​ນ້ຳ, ​ແລະ ຫຼົບຫຼີກ​ພາຍຸ​ລົມ​ແຮງ ​ແລະ ບັນດາ​ປັດ​ໄຈ​ທີ່​ບໍ່​ປອດ​ໄພ  ​ເມ​ື່ອ​ເດີນ​ທະ​ເລ ”

 

ຂ່າວ/ບົດ​ອື່ນ