ລາຍການສະແດງສິລະປະ “ໝາກຫົວໃຈໜ່ວຍດຽວ -ໂລກແຫ່ງດຽວ“ຄັ້ງທີ 11


ລາຍການສະແດງສິລະປະ “ໝາກຫົວໃຈໜ່ວຍດຽວ -ໂລກແຫ່ງດຽວ“ຄັ້ງທີ 11 - ảnh 1
(
ພາບ: molisa.gov.vn)

 (vovworld)- ​​ ​ ລາຍການ​ສະ​ແດງ​ສິລະ​ປະ “ໝາກ​ຫົວ​ໃຈໜ່ວຍ​ດຽວ-​ໂລກ​ແຫ່ງ​ດຽວ“ ຄັ້ງທີ 11 ​ຖືກ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ ​ເມື່ອວັນ​ທີ 13/4, ​​ດ້ວຍ​ຫົວ​ເລື່ອງ “ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ພິການ ​ແລະ ​ໂອກາດ​ໃຫ້​ເດັກ​ກຳພ້າ“. ນີ້​ແມ່ນ​ລາຍການ​​ເພື່ອ​ສ້າງ​ກອງ​ທຶນ​ປະຈຳ​ປີ​ຂອງ​ສະມາຄົມ​ອຸປະ​ກາລະຄົນ​ພິການ ​ແລະ ​​ເດັກ​ກຳພ້າຫວຽດນາມ, ​ແມ່ນ​ໂອກາດ​​ເພື່ອຕອບ​ບຸນ​ແທນ​ຄຸນ​ບັນດາ​ຜູ້​ມີ​ໃຈ​ບຸນ​ໃຈ​ກຸສົນ. ລາຍການ​ສະ​ແດງ​ສິລະ​ປະ “ໝາກ​ຫົວ​ໃຈ​ດຽວ-​ໂລກ​ແຫ່ງ​ດຽວ“ ປີ 2014 ຍັງ​ແມ່ນ​ໂອກາດ​ເພື່ອພົບ​ປະ​ແລກປ່ຽນ​ກັບ​ບັນດາ​ຄົນ​ພິການທີ່ເປັນແບບຢ່າງດີ​ເດັ່ນ, ມີ​ມານະ​ຈິດ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ບື່ນຕົວ​ຂຶ້ນສ້າງ​ຊີວິດ​ດ້ວຍ​ຕົນ​ເອງ. ​ໂດ້ຢຸຍຮຽວ, ​​ເປັນຄົນເປັ້ຍລ່ອຍ​ທັງ​ສອງ​ຂາ, ໜຶ່ງ​ໃນ​ຈຳນວນ​ຄົນ​ພິການທີ່​ເປັນ​ແບບຢ່າງ​ດີ​​ເດັ່ນ​ດັ່ງກ່າວ​ແບ່ງປັນ​ວ່າ:

   “ຄອນ​ຄົວ​ຂອງ​ນ້ອງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ, ​ເມື່ອ​ນ້ອງ​ເຂົ້າ​ໂຮງໝໍ, ​ເງິນ​ທອງທັງໝົດຂອງຄອບຄົວລ້ວນແຕ່ຖືກໃຊ້​ໝົດ. ​ເມື່ອ​ນ້ອງ​ໄປ​ຮຽນ, ພໍ່​ແມ່ນ້ອງ​ຕ້ອງ​ອອກ​ຈາກ​ບ້ານ​ເກີດ​ເມືອງ​ນອນ​ມາ​ຮ່າ​ໂນ້ຍ ​ຫາ​ເງິນ​ລ້ຽງ​ສອງອ້າຍນ້ອງພວກ​ນ້ອງ. ຢາກໄດ້ຮັບ​ຜົນສຳ​ເລັດ​, ແນ່ນອນ​ວ່າ​ຕ້ອງ​ມີ 2 ປັດ​ໄຈ, ທີ 1 ​ແມ່ນ​ຕ້ອງ​ມີ​ຄວາມ​ເຊື່ອໝັ້ນ, ທີ 2 ​ແມ່ນ​ຕ້ອງ​ມີ​ມານະ​ຈິດ“./.

 

ຂ່າວ/ບົດ​ອື່ນ