ລາວ ແລະ ຈີນ ເພີ່ມທະວີການຮ່ວມມື 2 ຝ່າຍ

(VOVWORLD) - 2 ຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ບັນດາຄະນະ, ຂະແໜງການທີ່ກ່ຽວຂ້ອງ ແນໃສ່ສຳເລັດການສ້າງແຜນການສັງລວມກ່ຽວກັບການສ້າງຄູ່ຮ່ວມມືລວມ ລາວ - ຈີນ ໂດຍໄວ.
ລາວ ແລະ ຈີນ ເພີ່ມທະວີການຮ່ວມມື 2 ຝ່າຍ - ảnh 1ທ່ານ ສະເຫຼີມໄຊ ກົມມະສິດ ແລະ ທ່ານ ຫວາງອີ່ (ພາບ: THX/TTXVN)  

ໜັງສືພິມປະຊາຊົນຂອງ ລາວ ສະບັບອອກວັນທີ 17 ທັນວາ ໃຫ້ຮູ້ວ່າ: ໂດຍໄດ້ຮັບຄຳເຊີນຂອງທ່ານລັດຖະມົນຕີການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ, ໃນລະຫວ່າງວັນທີ 16 – 17 ທັນວາ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ໄດ້ມາຢ້ຽມຢາມ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດໃນຂອບເຂດການຮ່ວມມືແມ່ຂອງ - ລ້ານຊ້າງຄັ້ງທີ 4 ຊຶ່ງດຳເນີນຢູ່ນະຄອນ ຫລວງພະບາງ, ຂອງ ລາວ.

        ຕອນເຊົ້າວັນທີ 16 ທັນວາ, ທີ່ນະຄອນຫລວງ ວຽງຈັນ, ທ່ານລັດຖະມົນຕີການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ ໄດ້ພົບປະ 2 ຝ່າຍກັບທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ. 2 ຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ບັນດາຄະນະ, ຂະແໜງການທີ່ກ່ຽວຂ້ອງ ແນໃສ່ສຳເລັດການສ້າງແຜນການສັງລວມກ່ຽວກັບການສ້າງຄູ່ຮ່ວມມືລວມ ລາວ - ຈີນ ໂດຍໄວ. 2 ຝ່າຍຍັງແລກປ່ຽນຄຳຄິດຄຳເຫັນກ່ຽວກັບສະພາບການພາກພື້ນ ແລະ ໂລກເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ພ້ອມທັງຢືນຢັນວ່າ: ຈະສືບຕໍ່ຮ່ວມມືໃນຂອບເຂດການຮ່ວມມືພາກພື້ນ ແລະ ອະນຸພາກພື້ນ, ພິເສດແມ່ນການຮ່ວມມື ແມ່ຂອງ - ລ້ານຊ້າງ ແລະ ການຮ່ວມມື ອາຊຽນ - ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ