ລາວ ແລະ ຍີ່ປຸ່ນ ເພີ່ມທະວີການພົວພັນທາງການທູດ

ລາວ ແລະ ຍີ່ປຸ່ນ ເພີ່ມທະວີການພົວພັນທາງການທູດ - ảnh 1
ອົງ​ມົງກຸດ​ລາຊະ​ກຸມມານ ຍີ່ປຸ່ນ Naruhito ແລະ ທ່ານ​ເລຂາທິການ​ໃຫຍ່​, ປະທານ​ປະ​ເທດ ລາວ ຈູມມາລີ ​ໄຊ​ຍະ​ສອນ
(ພາບ: KPL)

(vovworld) - ອົງ​ມົງກຸດ​ລາຊະ​ກຸມມານ ຍີ່ປຸ່ນ Naruhito ​ໄດ້​ມີ​ການ​ຢ້ຽມຢາມ​ລາວ​ແຕ່​ວັນ​ທີ 29/6 – 1/7. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ ລາວ, ອົງ​ມົງກຸດ​ລາຊະ​ກຸມມານ Naruhito ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ເລຂາທິການ​ໃຫຍ່​ພັກ​ປະຊາຊົນ​ປະຕິວັດລາວ, ປະທານ​ປະ​ເທດ ລາວ ຈູມມາລີ ​ໄຊ​ຍະ​ສອນ, ທ່ານ​ຮອງ​ປະທານ​ປະ​ເທດ ບຸນ​ຍັງ ວໍລະ​ຈິດ, ທ່ານ​ນາຍົກ​ລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ.

ທີ່​ການ​ພົບ​ປະ​ຄັ້ງ​ຕ່າງໆ, 2 ຝ່າຍ​ຕີ​ລາຄາ​ສູງ​​ສາຍ​ພົວພັນທາງ​ການ​ທູດ ​ແລະ ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະກ່ວາ 50 ປີຜ່ານ​ມາ, ພ້ອມ​ທັງ​ປາຖະ​ໜາ​ວ່າ: ການ​ພົວພັນ​ມິດຕະພາບ​ຈະ​ສືບ​ຕໍ່​ພັດທະນາ. ບັນດາ​ການ​ນຳ​ລາວ ກໍ​ຕີ​ລາຄາ​ສູງ​ການ​ຊ່ວຍ​ເຫຼືອ​ຂອງ​ລັດຖະບານ ຍີ່ປຸ່ນ​ທີ່​ມີ​ຕໍ່​ລາວ ​ໃນ​ຫຼາຍ​ຂົງ​ເຂດ​ຜ່ານ​ບັນດາ​ໂຄງການ​​ຊ່ວຍ​ເຫຼືອ​ທຶນ ODA. ຝ່າຍ​ຍີ່ປຸ່ນ ກໍ​ຮັບ​ຮູ້, ການ​ໜູນ​ຊ່ວຍ​ຂອງ ຝ່າຍ​ລາວ ທີ່​ມີ​ຕໍ່ ຍີ່ປຸ່ນ​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງຈາກ​​ເຫດ​ແຜ່ນ​ດິນ​ໄຫວ ​ແລະ ຄື້ນຍັກ​ໃນ​ຕົ້ນ​ປີ​ກາຍ​ນີ້. ​ເນ​ື່ອງ​ໃນ​ໂອກາດ​ນີ້, ອົງ​ມົງກຸດ​ລາຊະ​ກຸມມານ ຍີ່ປຸ່ນ Naruhito  ​ໃຫ້​ຮູ້​ວ່າ: ຍີ່ປຸ່ນ ຈະ​ໜູນ​ຊ່ວຍ​ ລາວ ​ໃນ​ການ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ກອງ​ປະຊຸມ ອາຊີ - ​ເອີ​ລົບ ຄັ້ງ​ທີ 9 (ຫຼື ASEM 9) ​ໃຫ້​ບັງ​ເກີດ​ຜົນ.

ຂ່າວ/ບົດ​ອື່ນ