ລາວເລີ່ມລົງມືກໍ່ສ້າງຫໍພິພິດທະພັນ ແລະ ຫໍສະໝຸດແຫ່ງຊາດ

ລາວເລີ່ມລົງມືກໍ່ສ້າງຫໍພິພິດທະພັນ ແລະ ຫໍສະໝຸດແຫ່ງຊາດ - ảnh 1
ພິທີ​ເລີ່​ມລົງມື​ກໍ່ສ້າງຫໍພິພິດ​ທະພັນ ​ແລະ ຫໍ​ສະໝຸດ​ແຫ່ງ​ຊາດ
(ພາບ: vietnamplus.vn)


(vovworld) - ​ຕອນ​ບ່າຍ​ວັນ​ທີ 04/04, ຢູ່ວຽງ​ຈັນ, ກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ລາວ ​ໄດ້​ຈັດ​ພິທີ​ເລີ່​ມລົງມື​ກໍ່ສ້າງຫໍພິພິດ​ທະພັນ ​ແລະ ຫໍ​ສະໝຸດ​ແຫ່ງ​ຊາດ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ບົວ​​ເງິນ ຊາ​ພູ​ວົງ, ຮອງລັດຖະມົນຕີກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ລາວ ​ໃຫ້​ຮູ້​ວ່າ ​ໂຄງການ​ມີ​ຍອດ​ຈຳ​ຍວນ​ເງິນ 15 ລ້ານ USD. ຫໍ​ພິພິດ​ທະພັນ​ນອນ​​ມີ​ເນື້ອທີ 4 ​ເຮັ​ກຕາ, ຕັ້ງຢູ່​ບ້ານ ສີວິ​ໄລ, ​ເມືອງ ​ໄຊ​ເສດ​ຖາ, ນະຄອນຫຼວງ​ວຽງ​ຈັນ, ​ຈະໄດ້​ຮັບ​ການ​ກໍ່ສ້າງ​ໃນ​ໄລຍະເວລາ 24 ​ເດືອນ, ​ໂດ​ຍບໍລິສັດ​ຊາວ​ຫວຽດນາມ ຢູ່​ລາວ ຈິດ​ຈະ​ເລີ​ນ ​ແລະ ບໍລິສັດ ຄຳ​ໄພ​ຊະນະ ກໍ່ສ້າງ. ນີ​ແມ່ນ​ກິດຈະກຳ​ທີ່​ມີ​ຄວາມ​ໝາຍ​ທາງ​ດ້ານ​ປະ​ຫວັດ​ສາດ​ອັນ​ໃຫຍ່​ຫຼວງ ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ໃນ​ການ​ຮັກສາ​ບັນດາ​ຄຸນ​ຄ່າມໍລະດົກ​ປະຫວັດສາດ - ວັດທະນະທຳ​ລາວ; ຢືນຢັນ​ບົດ​ບາດ​ຄຳ​ຄັນ​ຂອງ​ຫໍພິພິດ​ທະພັນ ​ແລະ ຫໍສະໝຸດ ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ມໍລະດົກ​ຂອງ​ຊາດ, ພ້​ອມທັງ​ຍົກ​ສູງ​ຄວາມ​ຮູ້​ໃຫ້​ແກ່​ປະຊາຊົນ​ຢ່າງ​ບໍ່​ຢຸດ​ຢັ້ງ, ປະກອບສ່ວນ​ສ້າງສາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ