ວ​ັງ Kremlin ຕີ​ລາ​ຄາ​ສູງ​ບົດ​ບາດ​ໄກ​ເກ່ຍ​ຂອງ ຈີນ ໃນ​ບັນຫາ ຢູ​ແກຼນ

(VOVWORLD) -ຕາມສຳນັກຂ່າວສານ TASS ແລ້ວ, ວັນທີ 6 ເມສາ, ທ່ານ Dmitry Peskov ໂຄສົກວັງ Kremlin ໃຫ້ຂໍ້ສັງເກດວ່າ ຈີນມີຄວາມສາມາດບົ່ມຊ້ອນໃນການໄກເກ່ຍ ແຕ່ທ່ານຖືວ່າ ສະພາບການໃນປັດຈຸບັນກັບ ຢູແກຼນຍັງມີຄວາມສັບສົນພໍສົມຄວນ.
ວ​ັງ Kremlin ຕີ​ລາ​ຄາ​ສູງ​ບົດ​ບາດ​ໄກ​ເກ່ຍ​ຂອງ ຈີນ ໃນ​ບັນຫາ ຢູ​ແກຼນ - ảnh 1ທ່ານ Dmitry Peskov ໂຄສົກວັງ Kremlin  (ພາບ: TTXVN)

ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ນະຄອນຫຼວງ ມົດສະກູ, ທ່ານ Dmitry Peskov ໄດ້ຕີລາຄາສູງຄວາມສາມາດບົ່ມຊ້ອນໃນການໄກເກ່ຍຢ່າງມີປະສິດທິຜົນຂອງປັກກິ່ງ, ພ້ອມທັງເນັ້ນໜັກວ່າ ບັນດາຜົນງານທາງການທູດຫວ່າງມໍ່ໆມານີ້ຂອງ ຈີນ ໄດ້ພິສູດຢ່າງຈະແຈ້ງຕໍ່ຂໍ້ສັງເກດນີ້. ເຖິງຢ່າງໃດກໍ່ຕາມ, ເຈົ້າໜ້າທີ່ວັງ Kremlin ໄດ້ປະກອບຄຳເຫັນທີ່ວ່າ “ສະພາບການສຳລັບ ຢູແກຼນ ຍັງປະສົບກັບຄວາມຫຍຸ້ງຍາກ, ມາຮອດປັດຈຸບັນຍັງ ບໍ່ມີແງ່ຫວັງວ່າຈະມີວິທີແກ້ໄຂບັນຫານີ້ໂດຍສັນຕິ. ການປະກາດດັ່ງກ່າງຂອງທ່ານ Peskov ໄດ້ຍົກອອກມາພາຍຫຼັງທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຖືວ່າ ບັນດາຄວາມມານະພະຍຍາມຂອງປັກກິ່ງອາດຈະຊ່ວຍແກ້ໄຂວິກິດການຢູແກຼນໂດຍສັນຕິວິທີ. ໃນການຢ້ຽມຢາມທາງລັດຖະກິດຈີນ ໃນລະຫວ່າງວັນທີ 5 – 7 ເມສາ, ທ່ານ Emmanuel Macron ສະແດງຄວາມຫວັງວ່າ ບົດບາດໃນການໄກເກ່ຍຂອງ ປັກກິ່ງຈະນຳທຸກຝ່າຍເຂົ້າຮ່ວມໂຕະເຈລະຈາ.  

        ແລະກໍ່ໃນວັນດຽວກັນ, ກ່າວຄຳເຫັນທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ອີຣານ ແລະ ອາຣັບບິ ຊາອຸດິດ ຢູ່ປັກກິ່ງທ່ານລັດຖະມົນຕີກະຊວງການຕ່າງປະເທດ ຈີນ ສີນກາງ ໄດ້ສະແດງຄວາມຊົມເຊີຍ ອີຣານ ແລະ ອາຣັບບິ ຊາອຸດິ ທີ່ສືບຕໍ່ສະແດງເຈດຕະນາດີໃນການໄກເກ່ຍ, ພ້ອມທັງຢັ້ງຢືນວ່າ ຈີນ ຈະສືບຕໍ່ສວມບົດບາດເປັນປະເທດກາງ ໃນການໄກເກ່ຍທີ່ເປັນໜ້າໄວ້ເນື້ອເຊື່ອໃຈ. ທ່ານ ສີນກາງ ໃຫ້ຮູ້ວ່າ ຈີນ ຕີລາຄາສູງເລື່ອງ ອີຣານ ແລະ ອາຣັບບິ ຊາອຸດິ ຜັນຂະຫຍາຍການພົບປະຂັ້ນສູງ, ສະແດງໃຫ້ເຫັນທ່າທີສ້າງສັນ ແລະ ຈິງໃຈ. ທ່ານເນັ້ນໜັກວ່າ ປັກກິ່ງສະໜັບສະໜູນສອງຝ່າຍສືບຕໍ່ເພີ່ມທະວີ ຄວາມໄວ້ເນື້ອເຊື່ອໃຈ, ລົບລ້າງຄວາມລະແວງສົງໄສ, ພ້ອມທັງມີບາດກ້າວໃໝ່ບົນເສັ້ນທາງຫຼຸດຜ່ອນຄວາມເຄັ່ງຕຶງໃນການພົວພັນຕາມຂັ້ນຕອນ ແລະ ເວລາກຳນົດ ທີ່ໄດ້ລະບຸໃນຂໍ້ຕົກລົງປັກກິ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ