ວົງ​ການ​ນັກ​ຊ່ຽວ​ຊານ​ຄາ​ດ​ຄະ​ເນ​ວ່າ ຈ​ີນ​ຈະ​ສືບ​ຕໍ່​ໂຍະ​ຍານນະ​ໂຍ​ບາຍ​​​ເງິນຕາ

(VOVWORLD) - ບັນດານັກຊ່ຽວຊານກໍ່ຄາດຄະເນວ່າ ທະນາຄານປະຊາຊົນຈີນຈະສືບຕໍ່ສຸມໃສ່ການປະຕິບັດໃນເສດຖະກິດເອົາໃຈໃສ່ເຖິງກຳລັງການຜະລິດເພື່ອແນໃສ່ຮັບມືກັບບັນດາບັນຫາທີ່ມີລັກສະນະໂຄງປະກອບສັບສົນຂອງພື້ນຖານເສດຖະກິດໃຫຍ່ອັນດັບທີ 2 ຂອງໂລກນີ້.

ບໍລິສັດທຶນສາກົນ ຈີນ (CICC) - ກຸ່ມບໍລິສັດການເງິນລົງທຶນສະເພາະຂອງ ຈີນ, ຄາດຄະເນວ່າ ທະນາຄານປະຊາຊົນຈີນ (PBoC - ທະນາຄານສູນກາງ) ຈະ ປະຕິບັດການໂຍະຍານນະໂຍບາຍເງິນຕາເປັນເທື່ອລະກ້າວ ແລະ ສືບຕໍ່ປະຕິບັດການປະຕິຮູບກ່ຽວກັບໂຄງປະກອບຂອງເສດຖະກິດໃນສະພາບການຄວາມບໍ່ສະຫງົບຢູ່ພາຍໃນປະເທດ ແລະ ສາກົນນັບມື້ນັບເພີ່ມຂຶ້ນ. ສຳນັກຂ່າວ ຊິນຮວາ ໄດ້ຄັດສະເໜີການໄຈ້ແຍກຂອງ CICC ໃຫ້ຮູ້ວ່າ: ຕໍ່ບັນດາກຳລັງດັນຂອງພື້ນຖານເສດຖະກິດທົ່ວໂລກພວມອ່ອນແອລົງ, PBoC ມີແງ່ຫວັງວ່າ ຈະຄ່ອຍໆໂຍະຍານນະໂຍບາຍເງິນຕາເພື່ອແນໃສ່ແກ້ໄຂສະພາບຄວາມຕ້ອງການພາຍໃນປະເທດທີ່ອ່ອນແອລົງຍ້ອນການເຄື່ອນໄຫວຕິດຕາມກວດກາດ້ານການເງິນຢ່າງເຂັ້ມງວດ ແລະ ຄວາມເຄັ່ງຕຶງໃນສົງຄາມການຄ້າກັບ ອາເມລິກາ.

        ຄຽງຄູ່ກັນນັ້ນ, ບັນດານັກຊ່ຽວຊານກໍ່ຄາດຄະເນວ່າ ທະນາຄານປະຊາຊົນຈີນຈະສືບຕໍ່ສຸມໃສ່ການປະຕິບັດໃນເສດຖະກິດເອົາໃຈໃສ່ເຖິງກຳລັງການຜະລິດເພື່ອແນໃສ່ຮັບມືກັບບັນດາບັນຫາທີ່ມີລັກສະນະໂຄງປະກອບສັບສົນຂອງພື້ນຖານເສດຖະກິດໃຫຍ່ອັນດັບທີ 2 ຂອງໂລກນີ້.

ຕອບກັບ

ຂ່າວ/ບົດ​ອື່ນ