ວົງ​ການ​ນັກ​ຊ່່ຽວຊານ​ຢັ້ງຢືນເຫດຜົນຊ່ວຍ ຫວຽດນາມ ສໍາເລັດໃນ​ວຽກງານ​ປ້ອງ​ກັນ ​​ແລະ ສະກັດ​ກັ້ນ​ໂລກລະບາດ​ໂຄ​ວິດ - 19

(VOVWORLD) -ບັນດາປະສົບການທີ່ອຸດົມສົມບູນຂອງຫວຽດນາມໃນການຮັບມືກັບບັນດາພະຍາດຕິດແປດ ກໍໄດ້ຊ່ວຍໃຫ້ລັດຖະບານ ແລະ ປະຊາຊົນຫວຽດນາມ ກະກຽມຄວາມພ້ອມໄດ້ເປັນຢ່າງດີກວ່າໃນການຮັບມືກັບໂລກລະບາດໂຄວິດ - 19.

ວົງ​ການ​ນັກ​ຊ່່ຽວຊານ​ຢັ້ງຢືນເຫດຜົນຊ່ວຍ ຫວຽດນາມ ສໍາເລັດໃນ​ວຽກງານ​ປ້ອງ​ກັນ ​​ແລະ ສະກັດ​ກັ້ນ​ໂລກລະບາດ​ໂຄ​ວິດ - 19 - ảnh 1ສີດຢາຂ້າເຊື້ອເຄື່ອງຂອງຂອງພົນລະເມືອງຫວຽດນາມ ກັບມາ ຈາກ ສ.ເກົາຫຼີ (ພາບ: TTXVN)

ຂໍກຸນແຈ ຜົນສໍາເລັດຂອງຫວຽດນາມໃນການຄວບຄຸມໂລກລະບາດໂຄວິດ - 19 ແມ່ນຍ້ອນມີການສົມທົບກັນຂອງຫຼາຍປັດໄຈທີ່ແຕກຕ່າງກັນ ຄື ສະຕິຄວາມຮັບຮູ້ຂອງປະຊາຊົນກ່ຽວກັບຜົນຮ້າຍອັນໃຫຍ່ຫຼວງຈາກບັນດາພະຍາດຕິດແປດກໍ່ຂຶ້ນ, ມີມາດຕະການຮັບມືວ່ອງໄວນັບແຕ່ຫົວທີຂອງລັດຖະບານຕໍ່ກັບສະພາບການຜັນແປຂອງໂລກລະບາດ, ຕະຫຼອດຮອດບັນດາມາດຕະການສະກັດກັ້ນ... ນັ້ນກໍແມ່ນຂໍ້ສັງເກດຂອງທ່ານ Guy Thwaites, ຜູ້ອໍານວຍການຫົວໜ່ວຍຄົ້ນຄວ້າເບື້ອງຕົ້ນຂອງ ມະຫາວິທະຍາໄລ Oxford ຢູ່ນະຄອນ ໂຮ່ຈີມິນ.

ທ່ານ Guy Thwaites ສະຫຼຸບວ່າ:ບັນດາປະສົບການທີ່ອຸດົມສົມບູນຂອງຫວຽດນາມໃນການຮັບມືກັບບັນດາພະຍາດຕິດແປດ ກໍໄດ້ຊ່ວຍໃຫ້ລັດຖະບານ ແລະ ປະຊາຊົນຫວຽດນາມ ກະກຽມຄວາມພ້ອມໄດ້ເປັນຢ່າງດີກວ່າໃນການຮັບມືກັບໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ