ວົງການເຈົ້າໜ້າທີ່ອີຢູ, ອີຣານ ປຶກສາຫາລືກ່ຽວກັບບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ

(VOVWORLD) -ການໄປຢ້ຽມຢາມອີຣານ ຂອງທ່ານ Mora ດຳເນີນໄປໃນສະພາບການທີ່ ອີຢູ ກໍຄື ອາເມລິກາ ເພີ່ມທະວີຄວາມມານະພະຍາຍາມຊຸກຍູ້ການເຊື່ອມຕໍ່ການເຈລະຈາເພື່ອຟື້ນຟູຂໍ້ຕົກລົງ ອີຣານ ຄືນໃໝ່.
ວົງການເຈົ້າໜ້າທີ່ອີຢູ, ອີຣານ ປຶກສາຫາລືກ່ຽວກັບບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ - ảnh 1ທ່ານ Enrique Mora, ທູດພິເສດຂອງສະຫະພາບເອີລົບ ຮັບຜິດຊອບກ່ຽວກັບການປະສານງານບັນຫາອີຣານ
(ພາບ: AFP/TTXVN)

ວັນທີ 14 ຕຸລາ, ທ່ານທູດພິເສດຂອງສະຫະພາບເອີລົບ (ອີຢູ) ຮັບຜິດຊອບກ່ຽວກັບການປະສານງານບັນຫາອີຣານ Enrique Mora, ໄດ້ພົບປະກັບທ່ານຮອງລັດຖະມົນຕີການຕ່າງປະເທດອີຣານ Ali Bagheri ຢູ່ນະຄອນຫຼວງ Tehran, ໃນນັ້ນ 2 ຝ່າຍໄດ້ປຶກສາຫາລືກ່ຽວກັບບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ການໄປຢ້ຽມຢາມອີຣານ ຂອງທ່ານ Mora ດຳເນີນໄປໃນສະພາບການທີ່ ອີຢູ ກໍຄື ອາເມລິກາ ເພີ່ມທະວີຄວາມມານະພະຍາຍາມຊຸກຍູ້ການເຊື່ອມຕໍ່ການເຈລະຈາເພື່ອຟື້ນຟູຂໍ້ຕົກລົງ ອີຣານ ຄືນໃໝ່.

        ທີ່ກອງປະຊຸມ, 2 ທ່ານໄດ້ປຶກສາຫາລືກ່ຽວກັບການພົວພັນລະຫວ່າງ ອີຣານ ແລະ ອີຢູ, ບັນຫາ ອາບການິດສະຖານ ແລະ ເລື່ອງຍົກເລີກບັນດາຄຳສັ່ງລົງໂທດຂອງອາເມລິກາ. ມາຮອດປະຈຸບັນ ຍັງບໍ່ທັນມີຂໍ້ມູນລະອຽດກ່ຽວກັບການປຶກສາຫາລືດັ່ງກ່າວເທື່ອ.

        ແລະກໍ່ໃນວັນທີ 14 ຕຸລາ, ອີຣານ ໄດ້ສົ່ງຈົດໝາຍເຖິງທ່ານປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ ດ້ວຍເນື້ອໃນກ່າວເຕືອນວ່າ ອິດສະຣາແອັນ ວ່າ Tehran ຈະຕ້ານຄືນບໍ່ວ່າການບຸກໂຈມຕີຄັ້ງໃດທີ່ແນໃສ່ບັນດາຮາກຖານນິວເຄຼຍ, ພາຍຫຼັງທີ່ ອິດສະຣາແອັນ ຖະແຫຼງມີສິດນຳໃຊ້ກຳລັງອາວຸດ.

ຕອບກັບ

ຂ່າວ/ບົດ​ອື່ນ