ວົງການເຈົ້າໜ້າທີ່ໂກໂລມບີປະກາດສາຍເຫດເຮືອບິນຕົກ

ວົງການເຈົ້າໜ້າທີ່ໂກໂລມບີປະກາດສາຍເຫດເຮືອບິນຕົກ - ảnh 1
ເຮືອ​ບິນ​ໝາຍ​ເລກ CP2933 ຂອງ​ບໍ​ລິ​ສັດ​ການ​ບິນ Lamia ຖືກ​ອຸ​ບັດ​ຕິ​ເຫດ​ຕົກ​
(ພາບ: Getty)

(vovworld) - ​ວັນ​ທີ 01/12, ວົງ​ການ​ເຈົ້າ​ໜ້າ​ທີ່ ໂກ​​ໂລມ​ບີ ຢືນ​ຢັນ​ວ່າ, ເຮືອ​ບິນ​ໝາຍ​ເລກ CP2933 ຂອງ​ບໍ​ລິ​ສັດ​ການ​ບິນ Lamia ຖືກ​ອຸ​ບັດ​ຕິ​ເຫດ​ຕົກ​ຢູ່​ເທດ​ສະ​ບານ​ເມືອງ La Union, ລັດ Antioquia, ຂອງ​ປະ​ເທດນີ້ ໃນ​ວັນ​ທີ 28/11 ເຮັດ​ໃຫ້ 71 ຄົນ​ເສຍ​ຊີ​ວິດ​ແມ່ນ​ຍ້ອນ​ໝົດ​ນ​້ຳ​ມັນ. ກ່າວ​ຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວ, ​ຜູ້​ອຳ​ນວຍ​ການ​ຮັບ​ຜິດ​ຊອບ​ຄວາມ​ປອດ​ໄພ​ທາງ​ການ​ບິນ ບໍ​ລິ​ສັດ​ການ​ບິນ ໂກ​​ໂລມ​ບີ Fredy Bonilla ໃຫ້​ຮູ້​ວ່າ, ເຮືອ​ບິນ​ດັ່ງ​ກ່າວ​ໃກ້​ຈະ​ລົງ​ຈອດ​ຢູ່ສະ​ໜາມ​ບິນ Jose Maria Cordova ຢູ່​ນະ​ຄອ​ນ Medellin, ແຕ່​ບັງ​ເອີ້ນຖືກ​ຕົກ​ຍ້ອນ​ໝົດ​ນ້ຳ​ມັນ, ທ່ານ Bonilla ໃຫ້​ຮູ້​ວ່າ, ປະ​ຈຸ​ບັ​ນ​ເຈົ້າ​ໜ້າ​ທີ່​ພວ​ມ​ສືບ​ສວນ​ສາຍ​ເຫດ​ຕາ​ມ​ທິດນີ້ ເພື່ອ​ເຮັດ​ແຈ້ງ​ສາຍ​ເຫດ​​ພາ​ໃຫ້​ເຮືອ​ບິນ​ຕົກ.
ຂ່າວ/ບົດ​ອື່ນ