ວົງດົນຕີປະສານສຽງ ຮ່າໂນ້ຍ ທຳການສະແດງຢູ່ ຍີປຸ່ນ

   ວົງດົນຕີປະສານສຽງ ຮ່າໂນ້ຍ ທຳການສະແດງຢູ່ ຍີປຸ່ນ - ảnh 1
ວົງ​ດົນຕີ​ປະສານ​ສຽງ ຮ່າ​ໂນ້ຍ ທຳ​ການສະ​ແດງ​ຢູ່ນະຄອນຫຼວງ ​ໂຕ​ກຽວ​


Vovworld- ວົງ​ດົນຕີ​ປະສານ​ສຽງ ຮ່າ​ໂນ້ຍ ສັງກັດ​ສະ​ຖາ​ບັນ​ດົນຕີ​ແຫ່ງ​ຊາດ​ຫວຽດນາມ​ໄດ້ ທຳ​ການສະ​ແດງ​ຢູ່ນະຄອນຫຼວງ ​ໂຕ​ກຽວ​ຂອງຍີ​ປຸ່ນ​ເມື່ອ​ຕອນ​ຄ່ຳ​ວັນ​ທີ 3/10 ​ໃນ​ຂອບ​ເຂດ​ງານ​ມະຫາ​ກຳ​ດົນຕີ “ ສັບປະດາ​ດົນຕີ​ປະສານ​ສຽງ​ອາຊີ ” ຢູ່​ຍີ​ປຸ່ນ. ສັບປະດາ​ດົນຕີ​ປະສານ​ສຽງ​ອາຊີ ​ແມ່ນ​ເຫດການ​ຖືກ​ດຳ​ເນີນ 2 ປີ​ເທື່ອ 1 ຢູ່​ຍີ​ປຸ່ນ. ປີ​ນີ້ ມີ​ການ​ເຂົ້າ​ຮ່ວມ​ຂອງ ວົງ​ດົນຕີ​ປະສານ​ສຽງ ຮ່າ​ໂນ້ຍ, ວົງ​ດົນຕີ​ປະສານ​ສຽງນະຄອນ Mokpo ຂອງ ສ.​ເກົ່າ​ຫຼີ ​ແລະ ວົງ​ດົນຕີ​ປະສານ​ສຽງ Kyushu ຂອງ​ຍີ​ປຸນ. ລາຍການ​ສະ​ແດງ​ຂອງ ວົງ​ດົນຕີ​ປະສານ​ສຽງ ຮ່າ​ໂນ້ຍ​ລວມມີ 3 ພາກ, ທຳ​ອິດ​ແມ່ນ​ບົດ​ດົນຕີ Rhapsody ຫວຽດນາມ ຂອງ​ນັກ​ດົນຕີ Do Hong Quan . ບັນດາ​ຜູ້​ຊົມ​ຊາວ​ຍີ​ປຸ່ນ​ໄດ້​ຕີ​ລາ​ສູງ​ລາຍການ​ສະ​ແດງ. ສະ​ເພາະ​ຕອນ​ຄ່ຳ​ຂອງ​ວັນ​ທີ 5/10 , ວົງ​ດົນຕີ​ປະສານ​ສຽງ ຮ່າ​ໂນ້ຍ ຈະ​ມີ​ລາຍການ​ສະ​ແດງ​ປະສົມ​ກັບ ວົງ​ດົນຕີ​ປະສານ​ສຽງ Kyushu ຂອງ​ຍີ​ປຸ່ນຢູ່​ແຂວງ​ຟູ​ກື​ຊີ​ມາ.

 

 

 

 

ຂ່າວ/ບົດ​ອື່ນ