ວົງເງິນສົ່ງອອກຂອງຫວຽດນາມໄປຍັງສ.ເຊັກໂກເພີ່ມຂຶ້ນໃນໄລຍະ 6 ເດືອນຕົ້ນປີ 2019

(VOVWORLD) -ຕາມການຄາດຄະເນໃຫ້ທັງປີ, ຍອດວົງການສົ່ງອອກລະຫວ່າງ 2 ປະເທດຄາດວ່າຈະບັນລຸ 1,180 ຕື້ USD, ເພີ່ມຂຶ້ນ 0,66% ເມື່ອທຽບໃສ່ປີ 2018.

ຕາມຕົວເລກສະຖິຕິຫຼ້າສຸດຂອງສ.ເຊັກໂກ ໃຫ້ຮູ້ວ່າ, ໃນໄລຍະ 6 ເດືອນຕົ້ນປີ 2019, ຍອດວົງເງິນການຄ້າ 2 ສົ້ນລະຫວ່າງຫວຽດນາມ ແລະ ສ.ເຊັກໂກ ໄດ້ເພີ່ມຂຶ້ນກວ່າ 5%, ໃນນັ້ນ ການສົ່ງອອກຂອງຫວຽດນາມ ໄປຍັງສ.ເຊັກໂກ ໄດ້ເພີ່ມຂຶ້ນ 8,96% ແລະ ການນຳເຂົ້າແມ່ນຫຼຸດລົງ 30%.

        ຕາມການຄາດຄະເນໃຫ້ທັງປີ, ຍອດວົງການສົ່ງອອກລະຫວ່າງ 2 ປະເທດຄາດວ່າຈະບັນລຸ 1,180 ຕື້ USD, ເພີ່ມຂຶ້ນ 0,66% ເມື່ອທຽບໃສ່ປີ 2018. ບັນດາສິນຄ້າທີ່ສົ່ງອອກຫຼາຍທີ່ສຸດໃນໄລຍະ 6 ເດືອນຕົ້ນປີ 2019 ຈາກຫວຽດນາມ ໄປຍັງສ.ເຊັກໂກ ຕົ້ນຕໍແມ່ນເຄື່ອງຈັກ, ເຄື່ອງອຸປະກອນໄຟຟ້າ, ເກີບໜັງ, ບັນດາຜະລິດຕະພັນເຄື່ອງຕ່ຳແຜ່ນຕັດຫຍິບ… ໃນຂະນະນັ້ນ, ອົງການການຄ້າຫວຽດນາມ ປະຈຳສ.ເຊັກໂກ ໄດ້ຄັດຕົວເລກຈາກອົງການພາສີຫວຽດນາມ ໂດຍໃຫ້ຮູ້ວ່າ, ໃນໄລຍະ 7 ເດືອນຕົ້ນປີ 2019, ວົງເງິນສົ່ງອອກຂອງຫວຽດນາມ ໄປຍັງຫຼາຍປະເທດເອີລົບ ລ້ວນແຕ່ເພີ່ມຂຶ້ນຄື: ເຢຍລະມັນ ເພີ່ມຂຶ້ນ 3,43%, ຮຸງກາຣີ ເພີ່ມຂຶ້ນ 7,94%, ແດນມາກ ເພີ່ມຂຶ້ນ 4,74%...

ຕອບກັບ

ຂ່າວ/ບົດ​ອື່ນ