ວົງເງິນແລກປ່ຽນສິນຄ້າລັດເຊຍ- ຫວຽດນາມ ເພີ່ມຂຶ້ນແຮງ

ວົງເງິນແລກປ່ຽນສິນຄ້າລັດເຊຍ- ຫວຽດນາມ ເພີ່ມຂຶ້ນແຮງ - ảnh 1

(ພາບປະກອບ:ອິນ​ເຕີ​ແນັດ)

(VOV)- ວັນ​ທີ 2/11, ​​ກະຊວງພັດທະນາ​ເສດຖະກິດ​ລັດ​ເຊຍ​ໄດ້​ອອກ​ແຈ້ງ​ການ​ຢືນຢັນ​ວ່າ ວົງເງິນແລກປ່ຽນາສິນຄ້າລັດເຊຍ-ຫວຽດນາມ ພວມເພີ່ມຂຶ້ນແຮງ. ​ແຈ້ງ​ການ​ຊີ້​ແຈງ​ວ່າ: ​ໃນ 8 ​ເດືອນ​ຕົ້ນປີ​ນີ້, ວົງເງິນແລກປ່ຽນາສິນຄ້າລະຫວ່າງລັດເຊຍ-ຫວຽດນາມ ​ໄດ້​ເພີ່ມຂຶ້ນ​ເກືອບ 50%, ບັນລຸ​ກ່ວາ 2,5 ຕື້ ​ໂດ​ລາ​ສະຫະລັດ. ​ໃນ​ຂະນະ​ນັ້ນ, ວົງ​ເງິນ​ສົ່ງ​ອອກ​ຂອງ​ລັດ​ເຊຍ ​ໄດ້​ເພີ່ມ​ຂຶ້ນ​ເກື​ອບ 64 %, ວົງ​ເງິນ​ນຳ​ເຂົ້າ​ເພີ່ມ​ຂຶ້ນ​ເກືອບ 41%. ລັດ​ເຊຍ ​ໄດ້​ສົ່ງ​​ໄປ​ຂາຍ​ຢູ່​ຫວຽດນາມ ​ເຄື່ອງ​ຈັກ ​ແລະ ​ເຄື່ອງ​ອາ​ໄລ່​ ​ແລະ ຜະລິດ​ຕະພັນ​ໂລຫະ, ຜະລິດ​ຕະພັນ​ເຄມີ ​ແລະ ນ້ຳບໍລິສຸດເປັນຕົ້ນ ​ແລະ ນຳ​ເຂົ້າ​ເຄື່ອງ​ຈັກ ​ແລະ ​ເຄື່ອງ​ອາ​ໄລ່, ​ເຄື່ອງ​ຕັດຫຍີບ ​ແລະ ​ເກີບ, ຜະລິດ​ຕະພັນ​ກະ​ເສດ ​ແລະ ຜະລິດ​ຕະພັນ​ເຄມີຈາກ​ຫວຽດນາມ.

   ປີ 2011, ວົງ​ເງິນ​ການ​ຄ້າ​ລະຫວ່າງ​ຫວຽດນາມ-​ລັດ​ເຊຍ ບັນລຸ​ກ່ວາ 3 ຕື້ ​ໂດ​ລາ​ສະຫະລັດເພີ່ມຂຶ້ນກ່ວາ 25% ​ເມື່ອ​ທຽບ​ກັບ​ປີ 2010.

ຂ່າວ/ບົດ​ອື່ນ