ວັດທະນະທຳແລະການທ່ອງທ່ຽວຫວຽດນາມໄດ້ຮັບການຕີລາຄາສູງຢູ່ເມັກຊິກໂກ

ວັດທະນະທຳແລະການທ່ອງທ່ຽວຫວຽດນາມໄດ້ຮັບການຕີລາຄາສູງຢູ່ເມັກຊິກໂກ - ảnh 1
ສັບປະດາ​ວັດທະນະທຳ​ອາ​ຊຽນຢູ່​ເມກ​ຊິກ​ໂກ
(ພາບ: Vietnam+))

(vovworld) - ​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ຕ່າງໆ​ໃນສັບປະດາ​ວັດທະນະທຳ​ອາ​ຊຽນ, ​ເຊິ່ງພວມ​ດຳ​ເນີນ​ຢູ່​ສຳນັກງານ​ສະພາ​ສູງ​ສະຫະລັດ​ເມກ​ຊິກ​ໂກ, ວັນ​ທີ 29/10, ສະຖານທູດ​ຫວຽດນາມ​ປະຈຳ​ເມກ​ຊິກ​ໂກ ​ໄດ້ຈັດ​ຕັ້ງ​ການ​ພົບ​ປະ​​​​ແລກປ່ຽນ​ຄວາມ​ເຫັນກ່ຽວ​ກັບ ວັດທະນະທຳ ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການທ່ອງທ່ຽວ​ຫວຽດນາມ. ທີ່​ການພົບ​ປະ​​​​ແລກປ່ຽນ, ຜູ້ຕາງໜ້າ​ສະຖານທູດ​ຫວຽດນາມ ​ປະຈຳ​ເມກ​ຊິກ​ໂກ ​ແນະນຳ​ໂດຍ​ຫຍໍ້​ກ່ຽວ​ກັບ​ທີ່​ຕັ້ງ​ພູມ​ສາດ, ລະບອບ​ການ​ເມືອງ, ປະຫວັດສາດ, ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ, ​ໄຈ້​ແຍກ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການທ່ອງທ່ຽວ, ຜ່ານ​ການ​ແນະນຳ​ບາງ​ສະຖານ​ທີ່​ຕົ້ນຕໍ​ຢູ່​ກວາງ​ນິງ, ຮ່າ​ໂນ້ຍ, ບັນດາ​ມໍລະດົກ​ເຂດ​ພາກ​ກາງ ​ແລະ ​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ, ພ້ອມ​ທັງ​ແນະນຳ​ໂດຍ​ຫຍໍ້​ກ່ຽວ​ກັບ​ຍຸດ​ທະ​ສາດ​ພັດທະນາ​ການທ່ອງທ່ຽວ​ໃນ​ໄລຍະ​ປະຈຸ​ບັນ. ຜ່ານ​ນັ້ນ​, ວັດທະນະທຳແລະຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການທ່ອງທ່ຽວ​ຫວຽດນາມ​ໄດ້​ຮັບ​ການ​ຕີ​ລາຄາ​ສູງຈາກ​ຊາວ​ເມັກຊິກ​ໂກ

ຂ່າວ/ບົດ​ອື່ນ