ວິທະຍຸກະຈາຍສຽງຫວຽດນາມປ່ຽນແປງໃໝ່ເພື່ອພັດທະນາ

(VOVWORLD) -ໃນໄລຍະນັບແຕ່ວັນທີ 7 ກັນຍາປີ 1945 ຫາການຕໍ່ຕ້ານ 2 ຄັ້ງຄືຕ້ານຝະລັ່ງ ແລະ ອາເມລິກາ ແລະ ສົງຄາມປັກປັກຮັກສາຊາຍແດນທາງທິດເໜືອ ແລະ ທາງທິດຕາເວັນຕົກສ່ຽງໃຕ້ຂອງປະເທດຊາດ, ວິທະຍຸກະຈາຍສຽງຫວຽດນາມແມ່ນອົງການສື່ມວນຊົນມີກຳລັງແຜ່ລາມ ແລະ ສາມາດສົ່ງຜົນກະທົບເຖິງມະຫາຊົນຢ່າງຫຼວງຫຼາຍ
ວິທະຍຸກະຈາຍສຽງຫວຽດນາມປ່ຽນແປງໃໝ່ເພື່ອພັດທະນາ - ảnh 1ທ່ານ ຫງວຽນເທກີ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ 

   ຕອບສຳພາດວົງການນັກຂ່າວເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງ ວິທະຍຸກະຈາຍສຽງຫວຽດນາມ (7/9/1945 – 7/9/2017), ທ່ານ ຫງວຽນເທກີ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ເນັ້ນໜັກວ່າ ໃນໄລຍະນັບແຕ່ວັນທີ 7 ກັນຍາປີ 1945 ຫາການຕໍ່ຕ້ານ 2 ຄັ້ງຄືຕ້ານຝະລັ່ງ ແລະ ອາເມລິກາ ແລະ ສົງຄາມປັກປັກຮັກສາຊາຍແດນທາງທິດເໜືອ ແລະ ທາງທິດຕາເວັນຕົກສ່ຽງໃຕ້ຂອງປະເທດຊາດ, ວິທະຍຸກະຈາຍສຽງຫວຽດນາມແມ່ນອົງການສື່ມວນຊົນມີກຳລັງແຜ່ລາມ ແລະ ສາມາດສົ່ງຜົນກະທົບເຖິງມະຫາຊົນຢ່າງຫຼວງຫຼາຍ. ໃນທ່າອຽງຂອງການປະຕິວັດ 4.0, ອົງການໂຄສະນາເຜີຍແຜ່ຖວໜ້າຂອງລັດຖະບານແມ່ນ ວິທະຍຸກະຈາຍສຽງຫວຽດນາມ ຊຶ່ງໄດ້ມີການກະກຽມເພື່ອດັດປັບໃຫ້ແທດເໝາະກັບສະພາບການໃໝ່.  ທ່ານ ຫງວຽນເທກີ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ກ່າວວ່າ : 

    “ ພວກເຮົາໄດ້ນຳຄື້ນກະຈາຍສຽງ, ໂທລະພາບເຂົ້າໃນພາຫະນະທັນສະໄໝຄື ໂທລະສັບມືຖື, ເຄືອຂ່າຍອິນເຕີເນັດ ເພື່ອໃຫ້ມວນຊົນໄດ້ຮັບຟັງລາຍການຂອງ ວິທະຍຸກະຈາຍສຽງຫວຽດນາມຢູ່ທຸກໆບ່ອນ, ທຸກໆເວລາ. ນີ້ແມ່ນທິດກ້າວເດີນ, ຫັນເປັນດີຈີຕອນ. ຊອງຈໍລະຈອນ VOVGT ພວກເຮົາເຮັດໄດ້ດີ, ສາມາດຮັບໃຊ້ມວນຊົນເມື່ອຂີ່ລົດໂອໂຕ.ນີ້ແມ່ນທິດກ້າວເດີນອັນຖືກຕ້ອງ ແລະ ຕ້ອງສືບຕໍ່ປະຕິບັດ ”

ຕອບກັບ

ຂ່າວ/ບົດ​ອື່ນ