ວິທະຍຸກະຈາຍສຽງຫວຽດນາມເປັນເຈົ້າພາບຈັດຕັ້ງກອງປະຊຸມວິທະຍຸອາຊີ 2013

ວິທະຍຸກະຈາຍສຽງຫວຽດນາມເປັນເຈົ້າພາບຈັດຕັ້ງກອງປະຊຸມວິທະຍຸອາຊີ 2013 - ảnh 1
(ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ​)

(vovworld) – ກອງ​ປະຊຸມ​ວິທະຍຸ​ອາຊີ 2013 (Radio Asia) ດ້ວຍ​ຫົວ​ຂໍ້​ວ່າ “ວິທະຍຸ ​ແລະ ​ສື່​ມວນ​ຊົນສັງຄົມ: ທ່າ​ອ່ຽງພັ​ດທະນາ​ໃນ​ອະນາຄົດ“ ຈະ​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ​ໃນ​ລະຫວ່າງ​ວັນ​ທີ 29 – 31/7/2013. ນີ້​ແມ່ນ​ເຫດການ​ໂດຍ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ເປັນ​ເຈົ້າພາບ​ຈັດ​ຕັ້ງ, ​ແມ່ນ​ເວທີ​ປາ​ໄສ​ພິ​ເສດ, ລົງ​ເລິກ​ກ່ຽວ​ກັບ​ແງ່​ມູມຕ່າງໆ​ຂອງ​ຂະ​ແໜງ​ວິທະຍຸ, ສື່​ມວນ​ຊົນ.  ກອງ​ປະຊຸມ​ໄດ້​ດຶງ​ດູດ​ບັນດາ​ອົງການ​ສື່​ມວນ​ຊົນ​​ແຖວ​ໜ້າ, ບັນດາ​ຜູ້​ຊ່ຽວຊານ​ສື່​ມວນ​ຊົນ, ບັນດາ​ນັກ​ວາງ​ແຜນ​ນະ​ໂຍບາຍ ​ແລະ ນັກ​ຄົ້ນ​ຄ້ວາ​ໃນ​ພາກ​ພື້ນ​ອາຊີ​ປາຊີ​ຝິກ ​ແລະ ບັນດາ​ປະ​ເທດ​ນອກ​ພາກ​ພື້ນ​​ເຂົ້າ​ຮ່ວມ. ນະ​ທີ່​ນີ້, ບັນດາ​ນັກ​ປາຖະກະຖາ ຈະ​ພ້ອມ​ກັນ​ແບ່ງປັນ​ທັດສະນະ​ຂອງ​ຕົນ​ກ່ຽວ​ກັບ​ບັນດາ​ຫົວ​ເລື່ອງ​ທີ່​ພວມ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຄື: ວິທະຍຸ​ບົນ​ເສັ້ນທາງ​ພັດທະນາ, ການ​ຕິດ​ຕໍ່​ພົວພັນ “ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ“ກັບ​ຜູ້​ຟັງ, ການ​ເລົ່າ​ເລື່ອງ ​ແລະ ບັນດາ​ຮູບ​ພາບ​ໃນ​ຄື້ນວິທະຍຸ, ວັດທະນະທຳ​ພື້ນ​ເມືອງ​ໃນ​ວິທະຍຸ​ຫວຽດນາມ, ວິທະຍຸ: ນັກ​ຜະລິດ​ສະໜິດສະໜົມ - ຜູ້​ຟັງ​ມີ​ຫົວຄິດ​ປະດິດ​ສ້າງ… ​ເຂົ້າ​ຮ່ວມ​ເຫດການ​ນີ້, ​ຜູ້​ຊ່ຽວຊານ​ຂອງ​ບັນດາ​ອົງການ​ວິທະຍຸ​ແຖວ​ໜ້າ​ກໍ່​ຈະ​ສະ​ເໜີ​ບັນດາ​ຫົວ​ຂໍ້: “ສື່​ມວນ​ຊົນ​ສັງຄົມ, ສື່​ມວນ​ຊົນ​ໃນ​ບັນດາ​ອຸປະກອນ​ເຄື່ອນ​ທີ່ ​ແລະ ການຈັດ​ລາຍການ​ກະຈາຍສຽງ…“.

ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ​ (VOV) ​ເຂົ້າ​ຮ່ວມກອງ​ປະຊຸມ​ວິທະຍຸ​ອາຊີ  ​(ABU) ​ໃນ​ຖານະ​ເປັນ​ສະມາຊິກ​ສົມບູນ​ຢ່າງ​ຕັ້ງໜ້າ​ນັບ​ແຕ່​ປີ 1964. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ບົດບາດ​ຂອງ VOV ​ໃນ ABU ພວມ​ໄດ້​ຮັບ​ການ​ຍົກ​ສູງ ດ້ວຍ​ເລື່ອງ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ອົງການ​ນີ້​ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ. ເລື່ອງ​ເປັນ​ເຈົ້າພາບຈັດ​ຕັ້ງ Radio Asia 2013 ນັ້ນ, ບົດບາດ​ຂອງ VOV ​ໄດ້​ຮັບ​ການ​ຢັ້ງຢືນ​ອີກ​ເທື່ອ​ໜຶ່ງ​ໃນ ABU ກໍ່​ຄື​ໃນ​ເວທີ​ສາກົນ

ຂ່າວ/ບົດ​ອື່ນ