ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ ແມ່ນ​ໄມ້​ງັດ​ນຳ​ແຂວງ ແຄັງ​ຮ​ວ່າ ກາຍ​ເປັນ​ຂົ້ວ​ເຕີບ​ໂຕ​ແຫ່ງ​ຊາດ

(VOVWORLD) - ວັນທີ 05 ມັງກອນ, ຢູ່ເທດສະບານ ຍາຈາງ, ຄະນະນະໂຍບາຍ, ຍຸດທະສາດສູນກາງ ໄດ້ສົມທົບກັບວາລະສານຄອມມູນິດ ແລະ ຄະນະພັກແຂວງແຄັງຮວ່າ ຈັດກອງປະຊຸມສຳມະນາວິທະຍາສາດລະດັບຊາດ ພາຍໃຕ້ຫົວຂໍ້ “ວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ, ສູ້ຊົນນຳແຂວງ ແຄັງຮວ່າ ກາຍເປັນຂົ້ວເຕີບໂຕແຫ່ງຊາດ, ນະຄອນຂຶ້ນກັບສູນກາງ, ສູນເສດຖະກິດທະເລທີ່ທັນສະໄໝ.”

ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ ແມ່ນ​ໄມ້​ງັດ​ນຳ​ແຂວງ ແຄັງ​ຮ​ວ່າ ກາຍ​ເປັນ​ຂົ້ວ​ເຕີບ​ໂຕ​ແຫ່ງ​ຊາດ - ảnh 1ທ່ານ ງຽມຊັວນແທັ່ງ, ເລຂາຄະນະພັກແຂວງ ແຄັງຮວ່າ ກ່າວຄຳເຫັນທີ່ກອງປະຊຸມ

ໃນກອງປະຊຸມສຳມະນາ, ບັນດາຜູ້ແທນຖືວ່າ ແຄັງຮວ່າ ພວມຢືນຢູ່ຕໍ່ໜ້າ “ສະໄໝທອງ” ດ້ວຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບທີ່ພົ້ນເດັ່ນເຊັ່ນ ຕັ້ງຢູ່ໃຈກາງເຂດແຄມທະເລພາກກາງຕອນໃຕ້ ຫວຽດນາມ; ມີເສັ້ນທາງແຄມທະເລຍາວກວ່າໝູ່ໃນທົ່ວປະເທດ, ມີຫຼາຍອ່າວທະເລທີ່ສວຍງາມ; ລະບົບທ່າກ່ຳປັ່ນທະເລ, ສະໜາມບິນຍຸດທະສາດ ແລະ ສວມບົດບາດສຳຄັນພິເສດຂອງເຂດພິເສດ ເຈື່ອງຊາ. ພິເສດ, ມະຕິຂອງກົມການເມືອງໄດ້ກຳນົດເປົ້າໝາຍຮອດປີ 2030 ນຳແຂວງ ແຄັງຮວ່າ ກາຍເປັນນະຄອນຂຶ້ນກັບສູນກາງ, ແມ່ນຂົ້ວເຕີບໂຕສູງຂອງເຂດພາກ ແລະ ທົ່ວປະເທດ, ສູນເສດຖະກິດທະເລທີ່ທັນສະໄໝ. ພ້ອມກັນນັ້ນ ແມ່ນມີຫຼາຍກົນໄກ, ນະໂຍບາຍພິເສດຂອງສະພາແຫ່ງຊາດ ແລະ ລັດຖະບານ, ສ້າງກຳລັງບົ່ມຊ້ອນຢ່າງໃຫຍ່ຫຼວງເພື່ອໃຫ້ແຂວງ ແຄັງຮວ່າ ພັດທະນາ. ທ່ານ ງຽມຊັວນແທັ່ງ, ເລຂາຄະນະພັກແຂວງ ແຄັງຮວ່າ, ຢັ້ງຢືນວ່າ ທາງແຂວງ ຈະຍູ້ແຮງການໝູນໃຊ້ເຕັກໂນໂລຢີສູງເຂົ້າໃນບັນດາຂະແໜງເສດຖະກິດທະເລ; ພັດທະນາລະບົບນິເວດ startup ນະວັດຕະກຳ ແລະ ເພີ່ມທະວີການເຊື່ອມຕໍ່ລະຫວ່າງພາກລັດ - ນັກວິທະຍາສາດ - ວິສາຫະກິດ ເພື່ອນຳທ້ອງຖິ່ນພັດທະນາໂດຍໄວ.


 

ຕອບກັບ

ຂ່າວ/ບົດ​ອື່ນ