ວັນກະ​ຈາຍ​ສຽງ​ທົ່ວ​ໂລກ ວັນ​ທີ 13 ກຸມ​ພາ

(VOVWORLD) -ວັນທີ 13 ກຸມພາ ໄດ້ ສປຊ ຄັດເລືອກເອົາແມ່ນວັນສະເຫຼີມສະຫຼອງ ວັນກະຈາຍສຽງທົ່ວໂລກ (World Radio Day) ເພື່ອແນໃສ່ເພີ່ມທະວີການຮ່ວມມືສາກົນລະຫວ່າງ ສະຖານີວິທະຍຸກະຈາຍສຽງຂອງ ບັນດາປະເທດ.

        ມື້ນີ້ວັນທີ 13 ກຸມພາ ແມ່ນວັນກະຈາຍສຽງທົ່ວໂລກ. ວັນກະຈາຍສຽງທົ່ວໂລກ ໄດ້ປະກາດໃນວັນທີ 3 ພະຈິກ ປີ 2011 ຢູ່ກອງປະຊຸມຄົບຄະນະຂອງອົງການຈັດຕັ້ງ ວິທະຍາສາດ, ການສຶກສາ ແລະ ວັດທະນະທຳ ສປຊ (UNESCO) ຄັ້ງທີ 36. ປີ 2008, ວັນກະຈາຍສຽງທົ່ວໂລກ ໄດ້ ແອັດສະປາຍສະເໜີ ໂດຍທ່ານ ປະທານ ສະຖາບັນ ວິທະຍຸ ແອັດສະປາຍ Jorge Alvarez ຍື່ນສະເໜີຕໍ່ ທ່ານຜູ້ອຳນວຍການໃຫຍ່ UNESCO Koichiro Matsuura ແລະ ໄດ້ຮັບການສະໜັບສະໜູນ.

        ວັນທີ 13 ກຸມພາ ໄດ້ ສປຊ ຄັດເລືອກເອົາແມ່ນວັນສະເຫຼີມສະຫຼອງ ວັນກະຈາຍສຽງທົ່ວໂລກ (World Radio Day) ເພື່ອແນໃສ່ເພີ່ມທະວີການຮ່ວມມືສາກົນລະຫວ່າງ ສະຖານີວິທະຍຸກະຈາຍສຽງຂອງ ບັນດາປະເທດ. ວັນກະຈາຍສຽງທົ່ວໂລກ ແມ່ນວັນບຸນໃຫຍ່ຂອງບັນດາຜູ້ເຮັດວຽກງານກະຈາຍສຽງ, ຮັກວິທະຍຸ ແລະ ເຊີດຊູບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງການຈະຈາຍສຽງໃຫ້ແກ່ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ