ວັນຊັບສິນທາງປັນຍາໂລກ 26 ເມສາ: “ປ່ຽນແປງໃໝ່ປະດິດຄິດສ້າງເພື່ອອະນາຄົດຂຽວ”

(VOVWORLD) -ວັນທີ 26 ເມສາແມ່ນວັນສະເຫຼີມສະຫຼອງ “ວັນຊັບສິນທາງປັນຍາໂລກ” (World Intellectual Property Day – IP Day).
ວັນຊັບສິນທາງປັນຍາໂລກ 26 ເມສາ: “ປ່ຽນແປງໃໝ່ປະດິດຄິດສ້າງເພື່ອອະນາຄົດຂຽວ” - ảnh 1(ພາບປະກອບ: hanoimoi.com.vn)

ໂດຍໄດ້ຮັບການສ້າງຕັ້ງເມື່ອປີ 2000, “IP-Day” ກາຍເປັນວັນເຊິ່ງທຸກຄົນໃນໂລກພ້ອມກັນຊອກຮູ້ ແລະ ລະດົມໃຫ້ມີບັນດາການປະກອບສ່ວນດ້ານຊັບສິນທາງປັນຍາທີ່ມີຕໍ່ການພັດທະນາລວມຂອງບັນດາປະເທດ.

ຢູ່ຫວຽດນາມ, ໃນໄລຍະ 5 ປີຜ່ານມາ (2015 – 2019), ເຫດການ “IP-Day” ໄດ້ດຶງດູດຄວາມສົນໃຈ, ການເຂົ້າຮ່ວມຂອງຫຼາຍພາກສ່ວນໃນສັງຄົມ. ປີ 2020, ໃນສະພາບການໂລກລະບາດໂຄວິດ- 19 ຍັງຜັນແປໄປຢ່າງສັບສົນໃນໂລກນັ້ນ, ສານຂອງວັນຊັບສິນທາງປັນຍາໂລກ 2020 ໄດ້ສົ່ງເຖິງສັງຄົມ, ປະຊາຄົມ, ວິສາຫະກິດ, ອົງການຈັດຕັ້ງ, ສ່ວນບຸກຄົນ ແລະ ບັນດາທ້ອງຖິ່ນແມ່ນ “ປ່ຽນແປງໃໝ່ປະດິດຄິດສ້າງເພື່ອອະນາຄົດຂຽວ” ດ້ວຍຈິດໃຈແມ່ນປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ຮັກສາຄວາມປອດໄພໃຫ້ແກ່ທຸກໆຄົນ. ຜ່ານບັນດາຊ່ອງທາງພາຫະນະສື່ມວນຊົນ, ສານ “ປ່ຽນແປງໃໝ່ປະດິດຄິດສ້າງເພື່ອອະນາຄົດຂຽວ” ຂອງວັນຊັບສິນທາງປັນຍາໂລກປີ 2020 ຈະສືບຕໍ່ແຜ່ລາມອອກສູ່ທົ່ວປະເທດ, ພ້ອມກັນເສີມຂະຫຍາຍພູມປັນຍາ, ຮ່ວມແຮງຮ່ວມໃຈກັນຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທົດສອບ ເພື່ອມຸ່ງໄປເຖິງອະນາຄົດຂຽວ, ສັງຄົມພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ