ວັນທີ 21 ມິຖຸນາ ຈະມອບລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 18

(VOVWORLD) - ສະພາຄະນະກຳມະການໄດ້ປຶກສາຫາລື ແລະ ປ່ອນບັດເລືອກເອົາ 10 ລາງວັນ A, 26 ລາງວັນ B, 45 ລາງວັນ C ແລະ 41 ລາງວັນຊົມເຊີຍ ເພື່ອມອບລາງວັນ.
ວັນທີ 21 ມິຖຸນາ ຈະມອບລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 18 - ảnh 1(ທ່ານນາງ ໂດ້ທູຮັ່ງ, ຫົວໜ້າຄະນະວິຊາການສະມາຄົມນັກຂ່າວ ຫວຽດນາມ)

        ລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 18 ຈະຈັດຂຶ້ນໃນວັນທີ 21 ມິຖຸນາ ຈະມາເຖິງ, ຢູ່ ຮ່າໂນ້ຍ. ນີ້ແມ່ນຂໍ້ມູນທີ່ໄດ້ຍົກອອກມາໃນການຖະແຫຼງຂ່າວກ່ຽວກັບພິທີມອບລາງວັນທີ່ຈັດຂຶ້ນໃນຕອນເຊົ້າວັນທີ 19 ມິຖຸນາ, ຢູ່ ຮ່າໂນ້ຍ.

        ໃນຈຳນວນ 165 ຜົນງານຮອບສຸດທ້າຍ, ສະພາຄະນະກຳມະການໄດ້ປຶກສາຫາລື ແລະ ປ່ອນບັດເລືອກເອົາ 10 ລາງວັນ A, 26 ລາງວັນ B, 45 ລາງວັນ C ແລະ 41 ລາງວັນຊົມເຊີຍ ເພື່ອມອບລາງວັນ. ທ່ານນາງ ໂດ້ທູຮັ່ງ, ຫົວໜ້າຄະນະວິຊາການສະມາຄົມນັກຂ່າວ ຫວຽດນາມ ໃຫ້ຮູ້ວ່າ:

        “ເບິ່ງລວມແລ້ວ, ບັນດາຜົນງານທີ່ສົ່ງເຂົ້າຮ່ວມການແຂ່ງຂັນປີນີ້ມີຄຸນນະພາບດີ. ຜົນງານສ່ວນຫຼາຍໄດ້ຕິດແທດກັບຕົວຈິງ, ມີລັກສະນະສະຖານະການການເມືອງ, ສຸມໃສ່ບັນດາຈຸດຮ້ອນເຮັ່ງໃນປີ 2023 ໃນບັນດາຂົງເຂດການເມືອງ, ເສດຖະກິດ, ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ກໍ່ສ້າງພັກ… ມີຫຼາຍຜົນງານໄດ້ລົງທຶນຢ່າງລະອຽດລະອໍ, ເນື້ອໃນມີລັກສະນະພົບເຫັນບັນຫາໃໝ່, ສະເໜີຫຼາຍມາດຕະການແກ້ໄຂແບບສ້າງສັນ, ວິທີເຮັດທີ່ດີ, ມີກຳລັງແຜ່ຂະຫຍາຍ, ສົ່ງຜົນສະທ້ອນຕໍ່ສັງຄົມ”.

ຕອບກັບ

ຂ່າວ/ບົດ​ອື່ນ