ວັນທີ30/4/1975ບໍ່ພຽງແຕ່ແມ່ນເຫດການປະຫວັດສາດຂອງຫວຽດນາມເທົ່ານັ້ນຫາກຍັງມີຜົນສະທ້ອນໃນທົ່ວໂລກອີກດ້ວຍ

ວັນທີ30/4/1975ບໍ່ພຽງແຕ່ແມ່ນເຫດການປະຫວັດສາດຂອງຫວຽດນາມເທົ່ານັ້ນຫາກຍັງມີຜົນສະທ້ອນໃນທົ່ວໂລກອີກດ້ວຍ - ảnh 1
ປະ​ທານ​ປະ​ເທດ ເຮັດ​ວຽກ​ຢູ່ ຫໍ​ພິ​ພິດ​ທະ​ພັນ “ນັກ​ຮົບ​ປະ​ຕິ​ວັດ​ຖືກ​
ກັກ​ຂັງ” ຢູ່​ບ້ານ ນາມກວດ, ຕາ​ແສງ ນາມ​ຈ່ຽວ, ເມືອງ ຟູ໋​ຊວຽນ,
ຮ່າ​ໂນ້ຍ ເມື່ອ​ເດືອນ 1/2014
(ພາ​ບ​ປະ​ກອບ)

(vovworld) – ວັນ​ທີ 30/4/1975 ບໍ່​ພຽ​ງ​ແຕ່​ແມ່ນ​ເຫດ​ການ​ປະ​ຫວັດ​ສາດ​​ຂອງ ​ຫວຽດ​ນາມ ເທົ່າ​ນັ້ນ​ຫາກ​ຍັງ​ມີ​ຜົນ​ສະ​ທ້ອນ​ໃນ​ທົ່ວ​ໂລກ​ອີ​ກ​ດ້ວຍ ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈືອງ​ເຕີນ​ຊາງ ໄດ້ຢັ້ງ​ຢືນ​ຄື​ແນວນັ້ນ​ເມື່ອ​ເຂົ້າ​ຮ່ວມ​ພິ​ທ​ີ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ ພ້ອ​ມ​ກັບ​ບັນ​ດາ​ນັກ​ປະ​ຕິ​ວັດ​ຜູ້​ອາ​ວຸ​ໂສ, ນັກ​ຮົບ​ເກົ່າ, ຜູ້​ຕາງ​ໜ້າ​ສະ​ມາ​ຄົມ​ນັກ​ຮົບ​ປະ​ຕິ​ວັດ​ທີ່​ຖືກ​ກັກ​ຂັງ​ຢູ່​ບາງ​ແຂວງ, ນະ​ຄອນ ແລະ ພໍ່​ແມ່​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ເປັນ​ຈຳ​ນວນຫຼ​ວງຫຼາຍ, ເຊິ່ງດ​ຳ​ເນີນ​ໄປ​ໃນ​ວັນ​ທີ 16/4, ຢູ່​ຫໍ​ພິ​ພິດ​ທະ​ພັນ “ນັກ​ຮົບ​ປະ​ຕິ​ວັດ​ຖືກ​ກັກ​ຂັງ” ຢູ່​ບ້ານ ນາມກວດ, ຕາ​ແສງ ນາມ​ຈ່ຽວ, ເມືອງ ຟູ໋​ຊວຽນ, ຮ່າ​ໂນ້ຍ. ທ່ານ​ປະ​ທານ​ປະ​ເທດຢັ້ງ​ຢ​ືນ​ວ່າ: ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ອະ​ດີດ​ນັກ​ໂທດ​ປະ​ຕິ​ວັດ, ນັກ​ຮົບ​ເກົ່າ, ບັນ​ດາ​ຜູ້​ແທນ ພ້ອມ​ກັບ​ປະ​ຊາ​ຊົນ​ທ້ອງ​ຖິ່ນ​​ທົບ​ທວນ​ຄືນ​ໄລ​ຍະ​ທາງ​ປະ​ຫວັດ​ສາດ​ທີ່​ສະ​ຫງ່າ​ລາ​ສີ​ຂອງ​ຊາດ, ​ສະ​ແດງ​ຄວາມ​ຮູ້​ຄຸນ​ຄຸນ​ຕໍ່​ນັກ​ຮົບ, ພໍ່​ແມ່​ປະ​ຊາ​ຊົນ​​ທີ່ໄດ້​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ເອ​ກະ​ລາດ, ເສ​ລີ​ພາບ ຂອງ​ຊາດ. ພາຍຫຼັງ 40 ປີ​ແຫ່ງ​ການ​ຍາດ​ເອົາ​ເອ​ກະ​ລາດ, ເສ​ລີ​ພາບ, ປະ​​ເທດຍັງ​ດຳ​ເນີນ 2 ໜ້າ​ທີ່​ຍຸດ​ທະ​ສາດ​, ນັ້ນແມ່ນ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ​ທ່ານປະ​ທານ​ປະ​ເທດ ຢັ້ງ​ຢືນ​ວ່າ ​ຜົນ​ງານ​ຂອງ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່​ແມ່ນ​ການ​ພັດ​ທະ​ນາໂດຍ​ພື້ນ​ຖານ​ໃນ​ທຸກ​ດ້ານ, ທຸກ​ຂົງ​ເຂດ​ຂອງ​ປະ​ເທດ​ຊາດ ເມື່ອ​ທ​ຽບ​ໃສ່​ເວ​ລາ​​ຫາ​ກໍ່​ສິ້ນ​ສຸດສົງ​ຄາມ​. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ​ຕັກ​ເຕືອນ​ວ່າ:

​ເຖິງ​ວ່າ​ເມື່ອ​ທຽບ​ກັບກ່ອນ​ນີ້ 10 ປີ​, ປະ​ເທດ​ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ​ກໍ່ຕາມ, ​ແຕ່​ໂລກ​ກໍ່​ມີ​ການ​ປ່ຽນ​ແປງ​ຢ່າງ​ວ່ອງ​ໄວ, ສະນັ້ນ​ພວກ​ເຮົາ​ຕ້ອງສຶກສາ​​ໃຫ້ລຸ້ນໜຸ່ມ​ສືບ​ທອດພາລະກິດ​ນຳ​ປະ​ເທດ​ກ້າວ​ຂຶ້ນ​, ເພື່ອ​ທຽບ​ທັນ​ກັບ​ເພື່ອນ​ມິດ​ໃນ​ພາກ​ພື້ນ ​ແລະ ​ໃນ 5 ທະວີບ. ສິ່ງ​ດັ່ງກ່າວ​ກໍ່​ແມ່ນ​ຄວາມ​ມຸ້ງ​ຫວັງ​ຂອງ​ປະທານ ​ໂຮ່ຈີ​ມິນ, ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ​ແລະ ຂ້າພະ​ເຈົ້າ​ຄິດ​ວ່າ, ບັນດາ​ຜູ້​ຮັກ​ຫອມຫວຽດນາມ ​ກໍ່​ມີ​ຄວາມ​ມຸ້ງ​ຫວັງ​ຄື​ແນວ​ນັ້ນ“.

        ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ​ ກໍ່​ຫວັງ​ວ່າ​ບັນດາ​ນັກຮົບ​ເກົ່າ, ບັນດາ​ອະດີ​ນັກ​ໂທດ​ປະຕິວັດ​ຈະ​ສືບ​ຕໍ່​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນ​ນະ​ທາດ​ປະຕິວັດ​ຂອງ​ທະຫານ, ນັກຮົບ​ທີ່​ຖືກ​ກັກ​ຂັງ, ຍາມ​ໃດ​ກໍ່​ຈົ່ງ​ຮັກ​ພັກດີ, ພິລະ​ອາດ​ຫານ, ພ້ອມ​ແລ້ວ​ທີ່​ຈະ​ຕໍ່ສູ້​ຕ້ານບັນດາປະກົດ​ການ​ທີ່​ກີດຂວາງ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ, ​ເຮັດ​ໃຫ້​ຂາດ​ຄວາມ​ສາມັກຄີ​ໃນ​ພັກ.

ຂ່າວ/ບົດ​ອື່ນ