ວັນທົ່ວໂລກປ້ອງກັນຕ້ານລູກລະເບີດໝາກໝີ່ນ (4 ເມສາ)

(VOVWORLD) -ຕອນເຊົ້າວັນທີ 31 ມີນາ ຢູ່ ຮ່າໂນ້ຍ, ອົງການປະຈຳຄະນະຊີ້ນຳແຫ່ງຊາດກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫລັງຈາກລູກລະເບີດໝາກຫມີ່ນ ແລະ ທາດເຄມີ ພາຍຫລັງສົງຄາມ ຢູ່ ຫວຽດນາມ  ໄດ້ຈັດຕັ້ງງານຊຸມນຸມມິດຕິງ ແລະ ເດີນຂະບວນຕອບສະຫນອງວັນທົ່ວໂລກປ້ອງກັນຕ້ານລູກລະເບີດໝາກໝີ່ນ ຄືວັນທີ 4 ເມສາ. 

ວັນທົ່ວໂລກປ້ອງກັນຕ້ານລູກລະເບີດໝາກໝີ່ນ (4 ເມສາ) - ảnh 1 ຫໍພິພິທະພັນສູນເຕັກໂນໂລຊີແກ້ໄຂລູກລະເບີດຕົກຄ້າງ

ພາບ:vietnam+

ການເຄື່ອນໄຫວນີ້ແມ່ນເພື່ອແນໃສ່ລະດົມບັນດາອົງການຈັດຕັ້ງການເມືອງ ສັງຄົມ, ບັນດາສ່ວນບຸກຄົນຢູ່ພາຍໃນ ແລະ ຕ່າງປະເທດ ຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ້ອນຫລັງຈາກລູກລະເບີດໝາກໝີ່ນໂດຍສົງຄາມປະໄວ້. ກ່າວຄຳເຫັນທີ່ພິທີ, ທ່ານ ເລກວນ ຮອງລັດຖະມົນຕີກະຊວງແຮງງານ ທະຫານເສຍອົງຄະ ແລະ ສົງຄົມ ໄດ້ເນັ້ນຫນັກວ່າ: ລັດຖະບານຫວຽດນາມ ມີຄວາມເອົາໃຈໃສ່ເປັນພິເສດ ແລະ ໄດ້ປະກາດໃຊ້ບັນດາກົນໄກ, ນະໂຍບາຍຫນູນຊ່ວຍສັງຄົມສຳລັບບັນດາຜູ້ປະສົບເຄາະຮ້າຍຈາກລູກລະເບີດໝາກໝີ່ນໃນທົ່ວປະເທດ.

ຄຽງຄູ່ກັບຄວາມມານະພະຍາຍາມຂອງລັດຖະບານຫວຽດນາມ, ໃນຊຸມປີຜ່ານມາ ປະຊາຄົມບັນດານັກອຸປະຖຳສາກົນ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດໄດ້ມີການຫນູນຊ່ວຍອັນລ້ຳຄ່າກ່ຽວກັບອຸປະກອນ, ງົບປະມານລວມມູນຄ່ານັບສີບໆລ້ານ USD ເພື່ອຊ່ວຍຫວຽດນາມແກ້ໄຂຜົນຮ້າຍຢ້ອນຫລັງຈາກລູກລະເບີດໝາກໝີ່ນຕົກຄ້າງຫລັງສົງຄາມ.

ຕອບກັບ

ຂ່າວ/ບົດ​ອື່ນ