ວັນບຸນ “ມະຫາສາມັກຄີທົ່ວປວງຊົນທັງຊາດ” ດຳເນີນໄປຢູ່ ທ້ອງຖິ່ນຕ່າງໆ

(VOVWORLD) -ວັນທີ 10 ພະຈິກ, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕ່ອງທິຟອງ ພ້ອມກັບພໍ່ແມ່ປະຊາຊົນຕາແສງ ບາຫວີ່ ເມືອງ ບາຫວີ່ ນະຄອນ ຮ່າໂນ້ຍ ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ປີ 2018 ເນື່ອງໃນໂອກາດສະເຫລີມສະຫລອງ 88 ປີແຫ່ງວັນສ້າງຕັ້ງແນວໂຮມປະເທດຊາດຫວຽດນາມ (18ພະຈິກປິ 1930- 18 ພະຈິກປີ 2018). 

ວັນບຸນ “ມະຫາສາມັກຄີທົ່ວປວງຊົນທັງຊາດ” ດຳເນີນໄປຢູ່ ທ້ອງຖິ່ນຕ່າງໆ - ảnh 1 ປະຊາຊົນເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ

ພາບ:VTV

ກ່າວຄຳເຫັນນະທີ່ນີ້ ທ່ານນາງ ຮອງປະທານສະພາແຫ່ງຊາດ  ຢືນຢັນ: ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ແມ່ນໂອກາດເພື່ອໃຫ້ປະຊາຊົນທົບທວນຄືນຄວາມອົງອາດກ້າຫານຂອງປະຊາຊົນທັງຊາດ, ເຕົ້າໂຮມຄວາມສາມັກຄີ ແລະ ປຸກລະດົມບັນດາຂະບວນການແທດຈິງ ປະກອບສ່ວນການສ້າງຊີວິດໃຫ້ປະຊາຊົນມີຄວາມອີ່ມຫນຳສຳລານສົມບູນພູນສຸກ.

ໃນວັນດຽວກັນ ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ກໍ່ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ ເຂດຕົວເມືອງ ບີ່ງເກີຍ A ຕາແສງ ບີ່ງຈວ໋ນ ແຂວງ ບີງເຢືອງ. ກ່າວຄຳເຫັນນະທີ່ນີ້ ທ່ານຮອງນາຍົກລັດຖະມົນຕີເນັ້ນຫນັກວ່າ ເພື່ອເພີ່ມທະວີກຸ່ມກ້ອນມະຫາສາມັກຄີຢູ່ທ້ອງຖິ່ນຕ່າງໆກວ່າອີກ, ທຸກຂັ້ນ, ທຸກຂະແຫນງການຄວນປ່ຽນໃຫມ່ວຽກງານໂຄສະນາ, ຂົນຂວາຍປະຊາຊົນກໍ່ສ້າງສະພາບແວດລ້ອມການດຳລົງຊີວິດໃຫ້ມີຄວາມສິວິໄລ, ອູ້ມຊູຊ່ວຍເຫລືອເຊິ່ງກັນ ແລະກັນໃນຊີວິດປະຈຳວັນ.

ເນື່ອງໃນໂອກາດນີ້ ທ່ານເຈີນກວັກເວື້ອງ ຜູ້ປະຈຳການຄະນະເລຂາສູນກາງພັກ ກໍ່ໄດ້ເຂົ້າຮ່ວມວັນບຸນຢູ່ເຂດຊຸມຊົນ ດົງແອນ ຕາແສງ ກີມບີງ ເມືອງຈຽມຮວາ ແຂວງ ຕວຽນກວາງ.

ຕອບກັບ

ຂ່າວ/ບົດ​ອື່ນ